leftcenterrightdel
ພິທີນັບຖອຍຫຼັງພ້ອມກັບຊີເກມ 31 ແລະປາຣາເກມ 11 ດຳເນີນໄປສໍາເລັດໃນວັນທີ 21 ພະຈິກ 2020 ຢູ່ຮ່າໂນ້ຍ. ພາບ: qdnd.vn

ທີໜຶ່ງ, ການຈັດຕັ້ງ ຊີເກມ 31 ແລະປາຣາເກມ 11 ຕ້ອງດໍາເນີນໄປຢ່າງສະດວກໃນສະພາບການລວມທີ່ໂລກສາມາດຄວບຄຸມ, ສະກັດກັ້ນພະຍາດໂຄວິດ-19 ໄດ້. ທີສອງ, ສະພາບການໂລກ ຍັງບໍ່ສາມາດສະກັດກັ້ນພະຍາດໂຄວິດ-19 ໄດ້ເທື່ອ, ວຽກງານຈັດຕັ້ງງານມະຫາກໍາກິລາ ຍັງດໍາເນີນໄປແຕ່ຈະປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍກ່ຽວກັບການປະຕິບັດບັນດາມາດຕະການທັງປ້ອງກັນພະຍາດ, ທັງຈັດຕັ້ງການແຂ່ງຂັນ.

ທີສາມ, ເລື່ອນເວລາ ຫຼື ຍົກເລີກການຈັດຕັ້ງຊີເກມ 31 ແລະປາຣາເກມ 11 ຖ້າພະຍາດໂຄວິດ-19 ຍັງຜັນແປຢ່າງສັບສົນຢູ່ບາງປະເທດອາຊີຕາເວັນອອກສ່ຽງໃຕ້, ສົ່ງຜົນສະທ້ອນເຖິງຫຼາຍຄະນະນັກກິລາທີ່ບໍ່ສາມາດເຂົ້າຮ່ວມງານມະຫາກໍາກິລາຊີເກມ ໄດ້.

ໂດຍ: ກວຽດເຕິມ