leftcenterrightdel
ພິທີໄຂງານວາງສະແດງເສື້ອຍາວທີ່ເປັນມູນເຊື້ອຢູ່ຮ່າໂນ້ຍ. ພາບ: ຮ່ຽນແອັງ.

ທ່ານນາງ ເຈິ່ນທິທຸຍລານ, ຮອງຫົວໜ້າຄະນະຄຸ້ມຄອງຄຸ້ມຖະໜົນເກົ່າຮ່າໂນ້ຍ ແບ່ງປັນວ່າ: “ບົນເສັ້ນທາງຊອກເຫັນສີສັນທີ່ເປັນເອກະລັກສະເພາະຫວຽດນາມ, ອະນຸລັກຮັກສາ ແລະເສີມຂະຫຍາຍບັນດາຄຸນຄ່າວັດທະນະທໍາໃນຊີວິດປະຈໍາວັນ, ໃນຊຸມປີຜ່ານມາ, ບັນດາສະມາຊິກສະໂມສອນສາລາບ້ານຫວຽດ ພ້ອມກັບບັນດາຊ່າງຕັດຫຍິບ, ຕໍ່າຜ້າໄດ້ມານະພະຍາຍາມຄົ້ນຄ້ວາຕັດຫຍິບເພື່ອນໍາເສື້ອຍາວທີ່ເປັນມູນເຊື້ອເຂົ້າໃນຊີວິດການເປັນຢູ່... ບັນດາກິດຈະກໍາດັ່ງກ່າວໄດ້ດຶງດູດມະຫາຊົນ, ບັນດາອົງການຈັດຕັ້ງ, ບຸກຄົນເຂົ້າຮ່ວມ, ປະກອບສ່ວນໂຄສະນາບັນດາຄຸນຄ່າເສື້ອຍາວທີ່ເປັນມູນເຊື້ອ ແລະເສື້ອຍາວທີ່ທັນສະໄໝຂອງທັງຜູ້ຍິງ ແລະຜູ້ຊາຍ”.

ໂດຍ: ເກື່ອງດັ້ງ