ບຸນປີໃໝ່ລາວ ຫຼື ເອີ້ນວ່າແມ່ນບຸນຫົດນໍ້າຂອງປະເທດລາວ, ຕາມປົກກະຕິແລ້ວແມ່ນດໍາເນີນເປັນເວລາ 3 ວັນ: ວັນທີ 13, 14, 15 ເມສາແຕ່ລະປີຕາມພຸດທະສັກກະລາດ. ການຈັດຕັ້ງງານບຸນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ໃຫ້ນັກສຶກສາລາວ ແມ່ນການເຄື່ອນໄຫວໄດ້ດໍາເນີນເປັນປະຈໍາ, ດຶງດູດການເຂົ້າຮ່ວມຂອງນັກສຶກສາລາວ ແລະນັກສຶກສາຫວຽດນາມ ເປັນຈໍານວນຫຼວງຫຼາຍ. ປະຈຸບັນ, ຢູ່ໂຮງຮຽນມະຫາວິທະຍາໄລຮ່າຕິ້ງ ມີນັກສຶກສາລາວ 1.500 ຄົນທີ່ມາຈາກ 15 ແຂວງ, ນະຄອນຂອງ ສປປ ລາວ ພວມຮໍ່າຮຽນຢູ່ທີ່ນີ້.

leftcenterrightdel
ບັນຍາກາດທີ່ງານບຸນ. ພາບ:baohatinh.vn.
leftcenterrightdel
ນັກສຶກສາລາວ ແລະນັກສຶກສາຫວຽດນາມ ເຂົ້າຮ່ວມງານບຸນເປັນຈໍານວນຫຼວງຫຼາຍ. ພາບ:baohatinh.vn.
leftcenterrightdel
ລາຍການໄດ້ດໍາເນີນໄປດ້ວຍບັນດາລາຍການສະແດງສິລະປະທີ່ມີເອກະລັສະເພາະ. ພາບ:baoha tinh.vn.
leftcenterrightdel
ຟ້ອນລໍາວົງເຕັມໄປດ້ວຍສີສັນຊາດໂດຍບັນດານັກສຶກສາລາວ ສະແດງ. ພາບ:baohatinh.vn.
leftcenterrightdel
ສະຫຼັບເຂົ້າການສະແດງແມ່ນບັນດາລາຍການຟ້ອນຂອງຫວຽດນາມ. ພາບ:baohatinh.vn.
leftcenterrightdel
ລາຍການໄດ້ດໍາເນີນບັນດາພິທີການຢ່າງຄົບຖ້ວນ. ພາບ:baohatinh.vn.
leftcenterrightdel
 
leftcenterrightdel
ພິທີບາສີສູ່ຂວັນ... ພາບ:baohatinh.vn.
leftcenterrightdel
.... ເພື່ອພາວັນນາຂໍໃຫ້ມີຄວາມໂຊກດີ, ຄວາມຜາສຸກໃນປີໃໝ່... ພາບ:baohatinh.vn.
leftcenterrightdel
ຕາມປະເພນີແລ້ວ, ບັນດາຝ້າຍມັດແຂນທີ່ມີສີສັນຫຼາກຫຼາຍທີ່ມັດຢູ່ແຂນນັ້ນ ຄົບ 3 ມື້ຈຶ່ງແກ້ອອກໄດ້. ພາບ:baohatinh.vn.
leftcenterrightdel
ນັກສຶກສາລາວ ຫົດນໍ້າ, ອວຍພອນປີໃໝ່ເຊິ່ງກັນ ແລະກັນ. ພາບ:baohatinh.vn.
leftcenterrightdel
ເນື່ອງໃນໂອກາດນີ້, ຕາງໜ້າການນໍາໂຮງຮຽນມະຫາວິທະຍາໄລຮ່າຕິ້ງ ມອບດອກໄມ້ອວຍພອນປີໃໝ່ໃຫ້ບັນດານັກສຶກສາລາວ. ພາບ:baohatinh.vn.

ໂດຍ: ບົວພອນ