ຕາງໜ້າພະສົງສໍາມະເນນລາວ, ພະອາຈານໃຫຍ່ ບຸນມາ ສີມມາພົມ ຮັກສາການປະທານອົງການພຸດທະສາສະໜາສຳພັນລາວ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງສະມາຄົມພຸດທະສາສະໜາຫວຽດນາມ; ຢັ້ງຢືນວ່າຫວຽດນາມ ເວົ້າລວມ ແລະສະມາຄົມພຸດທະສາສະໜາຫວຽດນາມ ເວົ້າສະເພາະຍາມໃດກໍ່ໄດ້ໃຫ້ການຊ່ວຍເຫຼືອລາວ ໃນໄລຍະຫຍຸ້ງຍາກຢ່າງທັນການ.

leftcenterrightdel
ພິທີມອບ-ຮັບ ເຂົ້າສານຈຳນວນ 5 ໂຕນ ແລະໝີ່ສໍາເລັດຮູບຈຳນວນ 500 ແກັດ ໃຫ້ອົງການພຸດທະສາສະໜາສຳພັນລາວ. ພາບ: vov.vn.

ໃນປີ 2020, ຍ້ອນຜົນສະທ້ອນຈາກພະຍາດໂຄວິດ-19, ສະມາຄົມພຸດທະສາສະໜາຫວຽດນາມ ໄດ້ຊ່ວຍເຫຼືອລາວ ເຄື່ອງໃຊ້ທີ່ຈໍາເປັນໃຫ້ແກ່ພະສົງສໍາມະເນນເພື່ອມີທັນຍາຫານ, ສະບຽງອາຫານແຮໄວ້ໃນວັດຍ້ອນບໍ່ໄດ້ໄປຕັກບາດ ແລະປີນີ້ກໍ່ຄືກັນ. ນີ້ແມ່ນນໍ້າໃຈອັນສູງສົ່ງ, ຈິດໃຈແບ່ງປັນ ແລະແມ່ນຂອງຂວັນທີ່ມີຄວາມໝາຍທີ່ສຸດ ແລະທັນການຂອງສະມາຄົມພຸດທະສາສະໜາຫວຽດນາມ ທີ່ສະຫງວນໃຫ້ອົງການພຸດທະສາສະໜາສຳພັນລາວ.

ໂດຍ: ຈາງຫງວຽນ