ຕາມຂໍ້ມູນຈາກພະແນກກະສິກໍາ ແລະຊົນນະບົດເຂດປົກຄອງຕົນເອງ ເຜົ່າຈ້ວງ ກວາງຊີ ສະແດງໃຫ້ເຫັນວ່າ ວົງເງິນນໍາເຂົ້າຜະລິດຕະພັນກະເສດຈາກຫວຽດນາມ ເພີ່ມຂຶ້ນ 10,8% ເມື່ອທຽບໃສ່ໄລຍະດຽວກັນ, ສ່ອງແສງບົດບາດນັບມື້ນັບສໍາຄັນຂອງຫວຽດນາມ ໃນຕ່ອງໂສ້ການສະໜອງຜະລິດຕະພັນກະເສດພາກພື້ນ. ໄລຍະ 2022-2025, ການຄ້າຜະລິດຕະພັນກະເສດສອງຝ່າຍຮັກສາລະດັບເຕີບໂຕສະເລ່ຍ 15,2% ໃນແຕ່ລະປີ, ໃນນັ້ນ ໝາກໄມ້ສືບຕໍ່ແມ່ນຂົງເຂດຮ່ວມມືຈຸດສຸມ.

leftcenterrightdel
ບັນຍາກາດທີ່ການລາຍການ. ພາບ: VOV

ປີ 2026, ຄາດວ່າ ກວາງຊີ ຈະຍູ້ແຮງການບໍາລຸງສ້າງບັນດາເຈົ້າກໍາທີ່ມີຄຸນນະພາບສູງໃນການຄ້າກະສິກໍາສາກົນ, ໜູນຊ່ວຍວິສາຫະກິດ ກໍ່ສ້າງສາງເກັບມ້ຽນຜະລິດຕະພັນກະເສດຢູ່ຕ່າງປະເທດ, ເປີດກວ້າງຊ່ອງທາງຮ່ວມມືກັບຫວຽດນາມ ແລະອາຊຽນ, ພ້ອມທັງຊຸກຍູ້ກົນໄກກອງປະຊຸມລະຫວ່າງກະຊວງ ລະຫວ່າງການນໍາຂະແໜງກະສິກໍາ ກວາງຊີ ແລະ 4 ແຂວງຊາຍແດນຂອງຫວຽດນາມ. ຄວາມມານະພະຍາຍາມນີ້ ເພື່ອແນໃສ່ນໍາການຮ່ວມມືດ້ານກະສິກໍາລະຫວ່າງກວາງຊີ ແລະຫວຽດນາມ ພັດທະນາຕາມທິດໃຫ້ມີຄຸນນະພາບສູງ, ຍືນຍົງ ແລະຕິດພັນກັບການປ່ຽນແປງໃໝ່ເຕັກໂນໂລຊີ.

ໂດຍ: ໄຊຊະນະ