ຫວຽດນາມ-ອັງກິດ ຊຸກຍູ້ການຮ່ວມມືໃນຂົງເຂດທາງລົດໄຟຕົວເມືອງຮ່າໂນ້ຍ
ກປ.ອອນໄລ - ໃນລະຫວ່າງວັນທີ 19-23 ມັງກອນ, ສະຖານທູດອັງກິດ ປະຈຳ ຮ່າໂນ້ຍ ແລະສະຖານກົງສູນໃຫຍ່ອັງກິດ ປະຈຳ ນະຄອນໂຮ່ຈີມິນ, ໂດຍຜ່ານໂຄງການນະຄອນສີຂຽວ, ພື້ນຖານໂຄງລ່າງ ແລະພະລັງງານ (GCIEP), ໄດ້ຈັດຕັ້ງການປະຕິບັດງານຂອງທ່ານສະມາຊິກລັດຖະສະພາ Matt Western, ທູດພິເສດການຄ້າ ຂອງລັດຖະບານອັງກິດ ປະຈຳ ຫວຽດນາມ, ໄທ, ລາວ ແລະກໍາປູເຈຍ ປະສົບຜົນສໍາເລັດ.
ເຂົ້າຮ່ວມກອງປະຊຸມສໍາມະນາ “ເຕັກໂນໂລຢີທາງລົດໄຟຕົວເມືອງ ແລະຮູບແບບພັດທະນາຕົວເມືອງຕາມກໍານົດທິດຄົມມະນາຄົມສາທາລະນະ (TOD): ການຮ່ວມມື UK-ຫວຽດນາມ” ທີ່ດຳເນີນຢູ່ຮ່າໂນ້ຍ, ບັນດາສະມາຊິກຂອງຄະນະວິສາຫະກິດທາງລົດໄຟອັງກິດ ໄດ້ແບ່ງປັນປະສົບການອັນລໍ້າຄ່າ ແລະວິທີແກ້ໄຂຕົວຈິງ, ສວມບົດບາດເປັນພື້ນຖານອັນໜັກແໜ້ນ ເພື່ອຫວຽດນາມ ພັດທະນາຍຸດທະສາດ TOD ແລະສືບຕໍ່ກໍ່ສ້າງເຂດຕົວເມືອງທັນສະໄໝ, ເປັນໜ້າດຳລົງຊີວິດ ແລະຍືນຍົງ.
    |
 |
|
ທ່ານສະມາຊິກລັດຖະສະພາ Matt Western (ຜູ້ທີ 3 ຈາກຂວາ) ພ້ອມດ້ວຍຜູ້ແທນສອງປະເທດ ຫວຽດນາມ-ອັງກິດ ເຂົ້າຮ່ວມກອງປະຊຸມສໍາມະນາ “ເຕັກໂນໂລຢີທາງລົດໄຟຕົວເມືອງ ແລະຮູບແບບ TOD: ການຮ່ວມມື UK-ຫວຽດນາມ”. ພາບ: ສະຖານທູດອັງກິດ ປະຈຳ ຫວຽດນາມ |
ກ່າວຄຳເຫັນທີ່ກອງປະຊຸມສໍາມະນາ, ທ່ານທູດພິເສດ Matt Western ໃຫ້ຂໍ້ສັງເກດວ່າ: “ຫວຽດນາມ ພວມຢູ່ໃນຈຸດເວລາສຳຄັນໃນການເດີນທາງພັດທະນາພື້ນຖານໂຄງລ່າງ. ການເຕີບໂຕເສດຖະກິດຢ່າງວ່ອງໄວ ແລະວິວັດການຫັນເປັນຕົວເມືອງນຳມາໃຫ້ທັງກາລະໂອກາດ ແລະສິ່ງທ້າທາຍ-ພິເສດແມ່ນຄວາມຕ້ອງການລະບົບຄົມມະນາຄົມແບບຍືນຍົງ, ປະສິດທິຜົນ ແລະປະມວນ. ອັງກິດ ໄດ້ ແລະພວມໜູນຊ່ວຍຫວຽດນາມ ຜ່ານ GCIEP, ໄດ້ຮັບການອຸປະຖຳຈາກກະຊວງການຕ່າງປະເທດ ແລະພັດທະນາອັງກິດ (FCDO). ໂຄງການດັ່ງກ່າວໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາລວມຂອງອັງກິດ ແລະຫວຽດນາມ ໃນການກໍ່ສ້າງພື້ນຖານໂຄງລ່າງຕາມມາດຕະຖານສາກົນ, ພ້ອມທັງກ້າວເຖິງເປົ້າໝາຍກ່ຽວກັບດິນຟ້າອາກາດ ແລະຄວາມຍືນຍົງ”.
ກໍ່ທີ່ກອງປະຊຸມສໍາມະນາ, ທ່ານ ຫງວຽນກາວມີງ ຫົວໜ້າຄະນະຄຸ້ມຄອງທາງລົດໄຟຕົວເມືອງຮ່າໂນ້ຍ (MRB) ເນັ້ນໜັກວ່າ ປະສົບການຂອງອັງກິດ ໃນການປະມວນແກ້ໄຂການພັດທະນາກາກບອນຕໍ່າ, ຄຸ້ມຄອງບັນດາໂຄງການທີ່ສັບສົນ ແລະພິເສດແມ່ນມາດຕະຖານກ່ຽວກັບ BIM ແລະການຫັນເປັນດີຈີຕອນແມ່ນບົດຮຽນອັນລໍ້າຄ່າໃຫ້ຫວຽດນາມ.
ໂດຍ: ເຈິ່ນຮວ່ຽນ