ເປີດກວ້າງການຮ່ວມມືແທດຈິງລະຫວ່າງຫວຽດນາມ ແລະມານຕາ
ກປ.ອອນໄລ - ວັນທີ 23 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການພົບປະສອງຝ່າຍກັບທ່ານ Christopher Cutajar ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດ ແລະການທ່ອງທ່ຽວມານຕາ ເນື່ອງໃນໂອກາດການຢ້ຽມຢາມຫວຽດນາມ.
ທີ່ການພົບປະສອງຝ່າຍ, ທ່ານນາງ ຮອງລັດຖະມົນຕີ ເລທິທູຮັ່ງ ຢືນຢັນວ່າ ການ ຢ້ຽມຢາມມີຄວາມໝາຍສຳຄັນ, ປະກອບສ່ວນສືບຕໍ່ຜັນຂະຫຍາຍເນື້ອໃນການຮ່ວມມືສອງຝ່າຍໄດ້ແລກປ່ຽນທີ່ການພົບປະເດືອນກັນຍາ 2025 ຢູ່ມານຕາ ແລະເປີດກາລະໂອກາດຮ່ວມມືໃໝ່ລະຫວ່າງສອງປະເທດໃນທັງດ້ານສອງຝ່າຍ ແລະຫຼາຍຝ່າຍ.
    |
 |
|
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ພົບປະສອງຝ່າຍກັບທ່ານ Christopher Cutajar ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດ ແລະການທ່ອງທ່ຽວ ມານຕາ. ພາບ: ຮົ່ງຫງວຽນ |
ສ່ວນທ່ານຮອງລັດຖະມົນຕີ Christopher Cutajar ໄດ້ສົ່ງຄໍາຊົມເຊີຍມາຍັງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະສະແດງຄວາມປະທັບໃຈຕໍ່ວິໄສທັດພັດທະນາຍາວນານ, ເປົ້າໝາຍຍຸດທະສາດຂອງຫວຽດນາມ ມຸ່ງໄປເຖິງປີ 2030 ແລະປີ 2045. ທ່ານຮອງລັດຖະມົນຕີ Christopher Cutajar ໃຫ້ຮູ້ວ່າ ຄວາມສົນໃຈ ແລະປາດຖະໜາຢາກຮ່ວມມືກັບຫວຽດນາມ ພວມເພີ່ມຂຶ້ນຢູ່ມານຕາ, ຢືນຢັນຄວາມປາດຖະໜາຢາກສືບຕໍ່ເປີດກວ້າງການຮ່ວມມືແທດຈິງກັບຫວຽດນາມ ໃນໄລຍະຈະມາເຖິງ.
ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນ, ພົບປະທຸກຂັ້ນ, ພິເສດແມ່ນຂັ້ນສູງ ແລະລະຫວ່າງກະຊວງການຕ່າງປະເທດສອງປະເທດ; ເສີມຂະຫຍາຍບົດບາດເປັນຂົວຕໍ່ຂອງກະຊວງການຕ່າງປະເທດໃນການຊຸກຍູ້ການເຊື່ອມຕໍ່, ຮ່ວມມືລະຫວ່າງກະຊວງ, ຂະແໜງການ ແລະທ້ອງຖິ່ນ.
    |
 |
|
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: ຮົ່ງຫງວຽນ |
ຮອງລັດຖະມົນຕີສອງທ່ານ ຊົມເຊີຍການສ້າງຕັ້ງກົນໄກປຶກສາຫາລືການເມືອງລະຫວ່າງສອງກະຊວງການຕ່າງປະເທດ; ເຫັນດີຊຸກຍູ້ການຮ່ວມມືດ້ານການສຶກສາ-ບຳລຸງສ້າງ, ການພົບປະແລກປ່ຽນປະຊາຊົນ ແລະການທ່ອງທ່ຽວລະຫວ່າງສອງປະເທດ; ຊຸກຍູ້ບົດບາດເປັນຂົວຕໍ່ໃນການເພີ່ມທະວີການຮ່ວມມືລະຫວ່າງມານຕາ ກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະລະຫວ່າງຫວຽດນາມ, ອາຊຽນ ກັບອີຢູ. ສອງຝ່າຍຢືນຢັນຈະສືບຕໍ່ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສ ແລະອົງການຈັດຕັ້ງສາກົນ; ຢືນຢັນຄືນໃໝ່ຄຳໝັ້ນສັນຍາຕໍ່ກົດບັດສະຫະປະຊາຊາດ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).
ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍໄດ້ເນັ້ນໜັກເຖິງຫຼັກໝັ້ນ ແລະຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ພາກພື້ນ.
ໂດຍ: ເຈິ່ນຮວ່ຽນ