ຊົມເຊີຍທ່ານ Keita ແລະບັນດາວິສາຫະກິດຍີ່ປຸ່ນ ມາຢ້ຽມຢາມ, ຊອກຫາກາລະໂອກາດຮ່ວມມື, ເປີດກວ້າງການລົງທຶນຢູ່ຫວຽດນາມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຕີລາຄາສູງການຮ່ວມມື, ປະກອບສ່ວນອັນລໍ້າຄ່າຂອງ JCCI ກໍ່ຄືຄະນະກໍາມະການເສດຖະກິດຍີ່ປຸ່ນ-ແມ່ນໍ້າຂອງ ໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດ, ເປັນຂົວເຊື່ອມຕໍ່ຊ່ວຍໃຫ້ວິສາຫະກິດຍີ່ປຸ່ນ ສືບຕໍ່ເປີດກວ້າງການລົງທຶນເຂົ້າຫວຽດນາມ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ສືບຕໍ່ສ້າງອໍານາດການປົກຄອງສ້າງສັນ, ຍົກສູງປະສິດທິຜົນ, ປະສິດທິພາບຂອງບໍລິຫານລັດ, ປັບປຸງກົນໄກດ້ານເສດຖະກິດໃຫ້ສົມບູນ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການຈັດຕັ້ງຂອງຍີ່ປຸ່ນ ເພື່ອໜູນຊ່ວຍບັນດາວິສາຫະກິດ ລົງທຶນຢ່າງສະດວກ,...

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ Keita ແລະການນໍາບັນດາວິສາຫະກິດຍີ່ປຸ່ນ ຕີລາຄາສູງຄວາມມານະພະຍາຍາມໃນການປະຕິຮູບ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ເປັນຕົ້ນແມ່ນປັບປຸງກົນໄກໃຫ້ສົມບູນ, ປະຕິຮູບລະບຽບການບໍລິຫານ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ພັດທະນາພື້ນຖານໂຄງລ່າງ, logistics ໃຫ້ດີຂຶ້ນ..., ຊ່ວຍວິສາຫະກິດ, ໃນນັ້ນມີວິສາຫະກິດຍີ່ປຸ່ນ ເຂົ້າມາລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ ໃຫ້ມີປະສິດທິຜົນ. ບັນດາວິສາຫະກິດຍີ່ປຸ່ນ ປາດຖະໜາຢາກເປີດກວ້າງການລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ. ຝ່າຍຍີ່ປຸ່ນ ປາດຖະໜາຢາກຮັບເອົາຄົນແຮງງານທີ່ມີຄຸນນະພາບສູງຂອງຫວຽດນາມ ມາເຮັດວຽກຢູ່ຍີ່ປຸ່ນ.

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ JCCI ແລະຄະນະກໍາມະການເສດຖະກິດຍີ່ປຸ່ນ-ແມ່ນໍ້າຂອງ ດ້ວຍແຫຼ່ງກໍາລັງ, ປະສົບການ ແລະອິດທິພົນຊື່ສຽງຂອງຕົນ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ບັນດາອົງການທີ່ກ່ຽວຂ້ອງສອງປະເທດ ເພື່ອຍູ້ແຮງການລົງທຶນ, ຍົກສູງຄຸນນະພາບການລົງທຶນ,...

ທ່ານນາຍົກລັດຖະມົນຕີ ສະເໜີ ແລະປາດຖະໜາຢາກໃຫ້ບັນດາວິສາຫະກິດ, ຄູ່ຮ່ວມມືຍີ່ປຸ່ນ ສືບຕໍ່ຄົ້ນຄວ້າ, ເປີດກວ້າງການເຄື່ອນໄຫວຮ່ວມມືລົງທຶນຢູ່ ຫວຽດນາມ ແລະກັບຫວຽດນາມ; ປະກອບສ່ວນເພີ່ມພູນຄູນສ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະວັດທະນາຖາວອນ ຢູ່ອາຊີ ແລະໃນໂລກລະຫວ່າງສອງປະເທດໃຫ້ນັບມື້ນັບເລິກເຊິ່ງ, ແທດຈິງ, ມີປະສິດທິຜົນ, ເພື່ອການພັດທະນາຂອງແຕ່ລະປະເທດ, ເພື່ອຊີວິດທີ່ມີຄວາມສຸກ, ອີ່ມໜຳສຳລານຂອງປະຊາຊົນສອງປະເທດ.

ໂດຍ: ໄຊນີດາ