ຈຸດປະສົງຂອງການເຮັດວຽກແມ່ນເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງຝ່າຍ, ແລກປ່ຽນກ່ຽວກັບທ່າແຮງບົ່ມຊ້ອນ, ຍຸດທະສາດພັດທະນາເສດຖະກິດຂອງແຂວງ; ພິເສດແມ່ນໃນຂົງເຂດພະລັງງານທົດແທນ, ຄວາມສາມາດ ແລະການໜູນຊ່ວຍດ້ານວິຊາສະເພາະ, ບົດຮຽນປະສົບການຂອງລາຊະອານາຈັກອັງກິດ,  ຜ່ານນັ້ນຊອກຫາກາລະໂອກາດຮ່ວມມືເພື່ອຊຸກຍູ້ການພັດທະນາພະລັງງານຂອງແຂວງໃນໄລຍະຈະມາເຖິງ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຫງວຽນຈຸກເຊີນ, ຮອງປະທານຄະນະກຳມະການປະຊາຊົນແຂວງວິ້ງລອງ ໃຫ້ຮູ້ວ່າ, ແຂວງວິ້ງລອງ ເອົາໃຈໃສ່ດຶງດູດແຫຼ່ງເງິນລົງທຶນທັງພາຍໃນ ແລະຕ່າງປະເທດ, ພິເສດແມ່ນຈາກລາຊະອານາຈັກອັງກິດ, ແນໃສ່ຊຸກຍູ້ການພັດທະນາເສດຖະກິດທ້ອງຖິ່ນ. ປະຈຸບັນ, ແຂວງວິ້ງລອງ ພວມສຸມໃສ່ດຶງດູດການລົງທຶນໃນ 3 ຂົງເຂດຕົ້ນຕໍ ຄື: ການລົງທຶນເຂົ້າບັນດາເຂດອຸດສາຫະກຳຂອງແຂວງ, ໃຫ້ບຸລິມະສິດຂະແໜງປຸງແຕ່ງ, ປຸງແຕ່ງຜະລິດຕະພັນກະເສດ, ອຸດສາຫະກຳສໍາຮອງ...; ພັດທະນາພະລັງງານທົດແທນ, ພະລັງງານແຮງລົມ;  ການລົງທຶນໂຄງລ່າງເສດຖະກິດທາງທະເລ. 

ໃນໄລຍະຈະມາເຖິງ, ແຂວງວິ້ງລອງ ປາດຖະໜາຢາກດຶງດູດບັນດາວິສາຫະກິດທີ່ມາຈາກລາຊະອານາຈັກອັງກິດ ທີ່ມີກໍາລັງບົ່ມຊ້ອນດ້ານການເງິນ ແລະເຕັກໂນໂລຢີສູງ ທີ່ລົງທຶນເຂົ້າໃນບັນດາຂົງເຂດອຸສາຫະກໍາປຸງແຕ່ງຜະລິດຕະພັນກະເສດ, ອຸດສາຫະກໍາສໍາຮອງ, ຕັດຫຍິບທີ່ມີເຕັກນິກສູງ   ແລະໂຄງລ່າງເຂດອຸດສາຫະກຳ, ພິເສດແມ່ນໃນຂົງເຂດພະລັງງານສະອາດ ແລະພະລັງງານທົດແທນ.

leftcenterrightdel
ທ່ານ William Lawrenson ຮອງຫົວໜ້າກົງສູນໃຫຍ່ອັງກິດ ປະຈໍານະຄອນໂຮ່ຈີມິນ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ William Lawrenson ໄດ້ຕີລາຄາສູງທ່າແຮງບົ່ມຊ້ອນໃນການພັດທະນາ ກໍຄືຄວາມມານະພະຍາຍາມເພື່ອປັບປຸງສະພາບແວດລ້ອມແຫ່ງການລົງທຶນຂອງແຂວງວິ້ງລອງ. ທ່ານ ປາດຖະໜາວ່າ ສອງຝ່າຍ ຈະສືບຕໍ່ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ, ຍູ້ແຮງການສົ່ງເສີມການຄ້າ ແລະການລົງທຶນ, ພິເສດແມ່ນຂົງເຂດພະລັງງານສະອາດ ແລະການພັດທະນາແບບຍືນຍົງ.

ໂດຍ: ທູຈາງ