ກາລະໂອກາດໃໝ່ຫຼາຍຢ່າງ ພວມເປີດກວ້າງໃຫ້ບັນດານັກລົງທຶນຕ່າງປະເທດຢູ່ຫວຽດນາມ
ກປ.ອອນໄລ - ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີ໊ຢຸງ ຢືນຢັນວ່າ ຫວຽດນາມ ພວມອອກແບບນະໂຍບາຍມີການແກ້ງແຍ້ງ ແນໃສ່ສ້າງສະພາບແວດລ້ອມທີ່ສະດວກເພື່ອວິສາຫະກິດ FDI ເຂົ້າມາລົງທຶນ.
ຫວຽດນາມ ໄດ້ ແລະພວມອອກແບບບັນດານະໂຍບາຍມີການແກ້ງແຍ້ງເພື່ອວິສາຫະກິດ FDI ທໍາມາຫາກິນຢ່າງສະດວກ ແລະປະສົບຜົນສຳເລັດຢູ່ຫວຽດນາມ. ນີ້ແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີ໊ຢຸງ ທີ່ການຕ້ອນຮັບທ່ານ Ozasa Haruhiko, ຫົວໜ້າຜູ້ຕາງໜ້າອົງການຈັດຕັ້ງສົ່ງເສີມການຄ້າຍີ່ປຸ່ນ (JETRO) ຢູ່ຮ່າໂນ້ຍ, ໃນວັນທີ 16 ມັງກອນ.
    |
 |
|
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີ໊ຢຸງ ຕ້ອນຮັບ ແລະເຮັດວຽກທ່ານ Ozasa Haruhiko ຫົວໜ້າຜູ້ຕາງໜ້າ JETRO ຢູ່ຮ່າໂນ້ຍ. ພາບ: baochinhphu.vn |
ຕາມທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີ໊ຢຸງ ແລ້ວ, ປີຜ່ານມາ, ຫວຽດນາມ ໄດ້ອອກກົດໝາຍ, ມະຕິ, ດຳລັດ, ຈົດໝາຍລັດຖະການເປັນຈຳນວນຫຼວງຫຼາຍ. ຫວຽດນາມ ຍັງຢຶດໝັ້ນເປົ້າໝາຍໃນປີ 2026 ແລະໄລຍະ 2026-2030 ແມ່ນບັນລຸການເຕີບໂຕ GDP ແຕ່ 10% ຂຶ້ນໄປ, ສ້າງພື້ນຖານເພື່ອບັນລຸເປົ້າໝາຍພັດທະນາ 100 ປີຂອງປະເທດ. ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າດ້ວຍຈິນຕະນາການໃໝ່, ວິໄສທັດໃໝ່ຂອງຫວຽດນາມ, ຈະມີກາລະໂອກາດໃໝ່ຫຼາຍຢ່າງເປີດກວ້າງໃຫ້ບັນດານັກລົງທຶນ, ໃນນັ້ນມີ ວິສາຫະກິດຍີ່ປຸ່ນ. ບັນດານັກລົງທຶນສາມາດອຸ່ນອ່ຽນໃຈ, ເຊື່ອໝັ້ນເຂົ້າຕະຫຼາດຫວຽດນາມ ແລະເປີດກວ້າງການລົງທຶນ.
ສ່ວນທ່ານ Ozasa Haruhiko ກໍ່ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະຍີ່ປຸ່ນ, ໃນນັ້ນ JETRO ສວມບົດບາດຕັ້ງໜ້າໃນການເຊື່ອມຕໍ່ວິສາຫະກິດສອງຝ່າຍ, ມຸ່ງໄປເຖິງກາຍເປັນຄູ່ຮ່ວມມືພ້ອມກັນພັດທະນາ.
ໂດຍ: ເຈິ່ນຮວ່ຽນ