ຮົ່ງກົງ ພ້ອມແລ້ວທີ່ຈະແບ່ງປັນກັບຫວຽດນາມ ບົດຮຽນໃນການບໍລິຫານນະໂຍບາຍການເງິນ, ເງິນຕາ
ກປ.ອອນໄລ - ໃນຂອບເຂດການປະຕິບັດງານຢູ່ ຮົ່ງກົງ (ຈີນ), ວັນທີ 19 ທັນວາ, ທ່ານ ໂຮ່ດຶກເຟິກ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານ Lijiachao ຫົວໜ້າເຂດບໍລິຫານພິເສດຮົ່ງກົງ.
ທີ່ການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຜັນຂະຫຍາຍຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ ຫວຽດນາມ-ຈີນ ແລະໝາກຜົນການຢ້ຽມຢາມລະຫວ່າງການນຳຫວຽດນາມ ແລະຮົ່ງກົງ ຢ່າງມີປະສິດທິຜົນ, ສຸມໃສ່ແມ່ນ: ຍູ້ແຮງການພົບປະແລກປ່ຽນ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຊຸກຍູ້ການສ້າງຂອບເຂດການຮ່ວມມື; ເປີດກວ້າງ ແລະຍົກສູງຄຸນນະພາບ ແລະປະສິດທິຜົນຂອງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະການເງິນ, ໃນນັ້ນ ຮົ່ງກົງ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃນການບໍລິຫານນະໂຍບາຍການເງິນ, ເງິນຕາ; ຊຸກຍູ້ການຮ່ວມມືເຊື່ອມຕໍ່ຍຸດທະສາດ, ສົ່ງເສີມວິສາຫະກິດຮົ່ງກົງ ລົງທຶນເຂົ້າໃນຂົງເຂດເຊື່ອມຕໍ່ພື້ນຖານໂຄງລ່າງຂະໜາດໃຫຍ່, ນະວັດຕະກໍາ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ການຫັນປ່ຽນພະລັງງານ, ເຊື່ອມຕໍ່ສອງຕະຫຼາດຫຼັກຊັບ, ໜູນຊ່ວຍວິສາຫະກິດຫວຽດນາມ ເຂົ້າສູ່ຕະຫຼາດຮົ່ງກົງ.
    |
 |
|
ທ່ານ ໂຮ່ດຶກເຟິກ ຮອງນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Lijiachao ຫົວໜ້າເຂດບໍລິຫານພິເສດຮົ່ງກົງ. ພາບ: ສໍານັກຂ່າວສານຫວຽດນາມ |
ສອງຝ່າຍກໍ່ເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນໃນການປົກປ້ອງພົນລະເມືອງ, ຍຸຕິທຳ ແລະການປະຕິບັດກົດໝາຍ, ສ້າງຄວາມສະດວກກວ່າອີກໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ ຮົ່ງກົງ.
ຕີລາຄາສູງຜົນງານຮໍ່າຮຽນຂອງນັກສຶກສາຫວຽດນາມ ທີ່ພວມຮຽນຢູ່ມະຫາວິທະຍາໄລແຖວໜ້າຂອງຮົ່ງກົງ, ທ່ານ Lijiachao ໄດ້ສະແດງຄວາມພ້ອມແລ້ວທີ່ຈະສະໜອງທຶນການສຶກສາໃຫ້ນັກສຶກສາຫວຽດນາມຕື່ມອີກ, ປາດຖະໜາຢາກເປີດກວ້າງການພົບປະແລກປ່ຽນ, ຮ່ວມມືໃນຂົງເຂດວັດທະນະທໍາ, ການສຶກສາ, ທ່ອງທ່ຽວ, ແຮງງານ; ສົມທົບກັນໃນກົນໄກ, ຂອບເຂດການຮ່ວມມືດ້ານເສດຖະກິດຫຼາຍຝ່າຍ ເຊິ່ງສອງຝ່າຍເປັນສະມາຊິກຢ່າງມີປະສິດທິຜົນ, ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງຝ່າຍເລິກເຊິ່ງກວ່າອີກ, ກໍ່ຄືການປະກອບສ່ວນເຂົ້າໃນການພັດທະນາລວມຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ທີ່ມີຄວາມໝາຍຍຸດທະສາດ.
ໂດຍ: ເຈິ່ນຮວ່ຽນ