ບັນດາວິສາຫະກິດຍີ່ປຸ່ນ ປາດຖະໜາຢາກເປີດກວ້າງການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ
ກປ.ອອນໄລ - ວັນທີ 16 ທັນວາ, ທີ່ຮ່າໂນ້ຍ, ທ່ານ ຫງວຽນມີງຫວູ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Yoneda Gen, ຫົວໜ້າກົມອາຊີຕາເວັນອອກສ່ຽງໃຕ້-ປາຊີຟິກ, ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ເນື່ອງໃນໂອກາດມາຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ.