ທີ່ການພົບປະ, ສອງຝ່າຍສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນ ຫວຽດນາມ-ໄທ, ເປັນຕົ້ນແມ່ນເລື່ອງສອງຝ່າຍໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງເປັນທາງການ. ສອງຝ່າຍໄດ້ຢັ້ງຢືນຄືນໃໝ່ຄວາມຕັດສິນໃຈຜັນຂະຫຍາຍໝາກຜົນທີ່ບັນລຸໄດ້ທີ່ກອງປະຊຸມຄັ້ງທີ 4 ຄະນະລັດຖະບານຮ່ວມ ຫວຽດນາມ-ໄທ (ເດືອນພຶດສະພາ 2025);  ສ້າງໂຄງການດໍາເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄລຍະ 2026-2030 ດ້ວຍເນື້ອໃນແທດຈິງ, ລະອຽດ; ຊຸກຍູ້ການສ້າງຕັ້ງກຸ່ມປະຕິບັດງານຮ່ວມເພື່ອແລກປ່ຽນແຜນການລະອຽດແນໃສ່ປະຕິບັດຍຸດທະສາດ “ສາມເຊື່ອມຕໍ່” ໂດຍໄວ; ຂຸດຄົ້ນບັນດາຂົງເຂດທີ່ມີທ່າແຮງໃໝ່, ຄື: ວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກໍາ, ການຫັນປ່ຽນດີຈີຕອນ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ພະລັງງານທົດແທນ, ການຫັນເປັນພະລັງງານ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ກະຊວງການຕ່າງປະເທດ

ສອງຝ່າຍກໍ່ເຫັນດີເປັນເອກະພາບສົ່ງເສີມວິສາຫະກິດສອງປະເທດເປີດກວ້າງການດຳເນີນທຸລະກິດ ແລະການລົງທຶນ; ສ້າງຄວາມສະດວກໃຫ້ການເຂົ້າເຖິງຕະຫຼາດສໍາລັບສິນຄ້າຂອງສອງປະເທດ, ສູ້ຊົນນຳວົງເງິນການຄ້າສອງສົ້ນໃຫ້ບັນລຸ 25 ຕື້ໂດລາສະຫະລັດ ໂດຍໄວຕາມທິດດຸ່ນດ່ຽງ ແລະຍືນຍົງກວ່າ.

ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຜັນຂະຫຍາຍວິທີໃໝ່ແນໃສ່ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ, ໃນນັ້ນມີບັນດາຂໍ້ລິເລີ່ມເຊື່ອມຕໍ່ການທ່ອງທ່ຽວຢູ່ພາກພື້ນອາຊຽນ; ເນັ້ນໜັກເຖິງຄວາມສໍາຄັນໃນການເພີ່ມທະວີການແຮກສ່ຽວບັນດາທ້ອງຖິ່ນສອງປະເທດ, ຊຸກຍູ້ການພົບປະແລກປ່ຽນປະຊາຊົນ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ຊົມເຊີຍ ໄທ ແລະກໍາປູເຈຍ ບັນລຸໄດ້ຂໍ້ຕົກລົງຢຸດຍິງ; ສະແດງວ່າ ຫວຽດນາມ ພ້ອມທີ່ຈະສວມບົດບາດຕັ້ງໜ້າຊ່ວຍສອງປະເທດປະຕິບັດຂໍ້ຕົກລົງຢຸດຍິງ ແລະຮ່ວມມືບົນເນື້ອໃນຈິດໃຈມິດຕະພາບ, ສາມັກຄີອາຊຽນ, ເພື່ອຜົນປະໂຫຍດອັນຍາວນານຂອງສອງຝ່າຍ ແລະພາກພື້ນ.

ໂດຍ: ເຈິ່ນຮວ່ຽນ