ເຫດການດັ່ງກ່າວໂດຍຫ້ອງການການຄ້າຫວຽດນາມ ປະຈຳ ສິງກະໂປ, ສະມາຄົມວິສາຫະກິດນະຄອນໂຮ່ຈີມິນ (HUBA), SMF, ບໍລິສັດເຕັກໂນໂລຢີ Arobid ແລະ Ecohub ໄດ້ສົມທົບກັນຈັດຕັ້ງ. ເຫດການນີ້ໄດ້ສ້າງຂີດໝາຍບາດກ້າວໜ້າໃໝ່ໃນການຮ່ວມມືດ້ານເສດຖະກິດດີຈີຕອນ, ການຫັນເປັນສີຂຽວລະຫວ່າງສອງປະເທດ.

leftcenterrightdel
ບໍລິສັດຫຸ້ນສ່ວນເຕັກໂນໂລຢີ Arobid ລົງນາມໃນບົດບັນທຶກຊ່ວຍຈໍາ (MOU) ກັບບໍລິສັດ High West ແນໃສ່ຜັນຂະຫຍາຍຊຸດການເງິນໜູນຊ່ວຍວິສາຫະກິດຫວຽດນາມ ສົ່ງອອກອັດສະລິຍະໄປຕະຫຼາດອາເມລິກາ. ພາບ: baochinhphu.vn

ຈຸດພົ້ນເດັ່ນຂອງເວທີປາໄສແມ່ນການເປີດຕົວເວັບໄຊແລກປ່ຽນການຄ້າເອເລັກໂຕນິກ Vietnamsgp.arobid.com, ພື້ນຖານ B2B ສອງຝ່າຍທຳອິດລະຫວ່າງ ຫວຽດນາມ-ສິງກະໂປ. ພື້ນຖານນີ້ໂດຍບໍລິສັດ Arobid ແລະ Ecohud ພັດທະນາ, ປະມວນເຕັກໂນໂລຢີປັນຍາປະດິດ (AI), ຂໍ້ມູນໃຫຍ່ (Big Data), ງານວາງສະແດງອອນລາຍ 3D... ຈະຊ່ວຍໃຫ້ວິສາຫະກິດສອງປະເທດຊອກຫາຄູ່ຮ່ວມມື, ລົງນາມໃນສັນຍາ ແລະວາງສະແດງຜະລິດຕະພັນໃນເຄືອຂ່າຍດີຈີຕອນ.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານ Lennon Tan, ປະທານ SMF ໃຫ້ຂໍ້ສັງເກດວ່າ ສອງພື້ນຖານເສດຖະກິດຫວຽດນາມ ແລະສິງກະໂປ ແມ່ນການເພີ່ມເຕີມເປັນປົກກະຕິ ແລະຕັ້ງໜ້າໃຫ້ກັນ. ການສະເໜີຕົວພື້ນຖານການຄ້າເອເລັກໂຕນິກ B2B ຫວຽດນາມ-ສິງກະໂປ ຈະນຳມາເຊິ່ງຄວາມສະດວກຫຼາຍຢ່າງ, ຄື: ຄວາມເສລີໃນການແລກປ່ຽນ ແລະຊອກຫາຜູ້ອອກແຮງງານ; ເຊື່ອມຕໍ່ອັດສະລິຍະ...

ໂດຍ: ເຈິ່ນຮວ່ຽນ