ຫວຽດນາມ-ອິນໂດເນເຊຍ: ຊອກຫາກາລະໂອກາດໃຫ້ແກ່ການເຕີບໂຕໃນສະພາບຂາດຄວາມສະຖຽນລະພາບທົ່ວໂລກ
ໃນສະພາບບັນດານະໂຍບາຍອາລັກຂາດ້ານການຄ້າ ແລະຮົ້ວກີດຂວາງດ້ານພາສີອາກອນປະຈຸບັນໃນໂລກເພີ່ມຂຶ້ນນັ້ນ, ບັນດາປະເທດອາຊຽນ ຕ້ອງອີງໃສ່ກັນຍິ່ງກວ່າເວລາໃດໝົດ.
    |
 |
ບັນຍາກາດທີ່ເວທີປາໄສ. ພາບ: vov.vn |
ໃນສະພາບຂາດຄວາມສະຖຽນລະພາບ ແລະຜັນແຜດ້ານການເມືອງໃນທົ່ວໂລກຄືໃນປະຈຸບັນ, ເລື່ອງຊຸກຍູ້ການພົວພັນຄູ່ຮ່ວມມືແບບຍືນຍົງລະຫວ່າງຫວຽດນາມ ແລະອິນໂດເນເຊຍ ມີຄວາມສຳຄັນຍິ່ງກວ່າເວລາໃດໝົດໃນການຊຸກຍູ້ຄວາມສາມາດຟື້ນຟູ ແລະການເຕີບໂຕເສດຖະກິດ. ນີ້ແມ່ນສານຕົ້ນຕໍຊອງ “ເວທີປາໄສຄວາມສາມາດຟື້ນຟູ ແລະການພົວພັນຄູ່ຮ່ວມມື: ກຳນົດທິດການເຕີບໂຕຢູ່ພາກພື້ນໃນສະພາບຂາດຄວາມສະຖຽນລະພາບໃນທົ່ວໂລກ”, ຈັດຂຶ້ນໃນວັນທີ 1 ສິງຫາ, ຢູ່ນະຄອນຫຼວງຈາກາກຕາ, ປະເທດອິນໂດເນເຊຍ.
ເວທີປາໄສໂດຍສະມາຄົມມິດຕະພາບ ອິນໂດເນເຊຍ-ຫວຽດນາມ ຈັດຂຶ້ນ, ໂດຍມີການເຂົ້າຮ່ວມຂອງເຈົ້າໜ້າທີ່ລັດຖະບານຫວຽດນາມ, ອິນໂດເນເຊຍ, ການນຳວິສາຫະກິດ ແລະຄູ່ຄ້າພາກເອກະຊົນ, ກໍຄືບັນດານັກຮຽນຮູ້ ແລະນັກຊ່ຽວຊານຢູ່ພາກພື້ນຫຼາຍທ່ານ.
ປຶກສາຫາລືຢູ່ເວທີປາໄສ, ທ່ານຮອງລັດຖະມົນຕີການຕ່າງປະເທດອິນໂດເນເຊຍ Armanatha Christiawan Nasir, ຖືວ່າ ໃນສະພາບບັນດານະໂຍບາຍອາລັກຂາດ້ານການຄ້າ ແລະຮົ້ວກີດຂວາງດ້ານພາສີອາກອນປະຈຸບັນໃນໂລກເພີ່ມຂຶ້ນນັ້ນ, ບັນດາປະເທດອາຊຽນ ຕ້ອງອີງໃສ່ກັນຍິ່ງກວ່າເວລາໃດໝົດ. ດ້ວຍບົດບາດແມ່ນສະມາຊິກສຳຄັນໃນອາຊຽນ, ການຮ່ວມມື ຫວຽດນາມ-ອິນໂດເນເຊຍ ອາດຈະສ້າງເປັນກຳລັງໜູນໃໝ່ຫຼາຍຢ່າງໃຫ້ແກ່ພາກພື້ນ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ