ການຮ່ວມມືຍຸດທະສາດຮອບດ້ານລະຫວ່າງບໍລິສັດ EzyRemit (ອົດສະຕາລີ) ແລະບໍລິສັດ Sacombank-SBR (ຫວຽດນາມ)
ກປ.ອອນໄລ - ວັນທີ 17 ກຸມພາ, ບໍລິສັດ EzyRemit Worldwide, ເຊິ່ງເປັນໜຶ່ງໃນບັນດາບໍລິສັດເຕັກໂນໂລຢີດ້ານການເງິນແຖວໜ້າຂອງອົດສະຕາລີ ທີ່ສະໜອງມາດຕະການການຊຳລະສະສາງສາກົນ, ໄດ້ມີການພົບປະ ແລະເຮັດວຽກກັບຜູ້ຕາງໜ້າບໍລິສັດ Sacombank-SBR ຂອງຫວຽດນາມ ຢູ່ສໍານັກງານໃຫຍ່ຂອງບໍລິສັດຢູ່ນະຄອນ Sydney (ອົດສະຕາລີ).
ການພົບປະແນໃສ່ປຶກສາຫາລືກ່ຽວກັບການເປີດກວ້າງການຮ່ວມມື, ຊຸກຍູ້ການບໍລິການໂອນເງິນ, ການຊຳລະເງິນສາກົນລະຫວ່າງອົດສະຕາລີ ແລະຫວຽດນາມ, ພ້ອມທັງນຳເອົາຄຸນຄ່າມາໃຫ້ລູກຄ້າຂອງທັງສອງປະເທດຫຼາຍກວ່າ.
    |
 |
ບັນດາແຂກຖືກເຊີນທີ່ການເຮັດວຽກ. ພາບ: ວັນລິງ. |
ທີ່ການເຮັດວຽກ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການເປີດກວ້າງການບໍລິການຂອງ EzyRemit ບໍ່ພຽງແຕ່ຢູ່ ອົດສະຕາລີ ແລະຫວຽດນາມ ເທົ່ານັ້ນ, ຫາກຍັງຢູ່ບັນດາຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ນິວຊີແລນ, ຍີ່ປຸ່ນ, ການາດາ, ອາເມລິກາ ແລະເອີລົບ ອີກດ້ວຍ. ນີ້ແມ່ນສ່ວນໜຶ່ງຂອງຍຸດທະສາດການພັດທະນາໄລຍະຍາວຂອງ EzyRemit ເພື່ອແນໃສ່ຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນໃນການໂອນເງິນ, ການຊຳລະເງິນສາກົນຂອງປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດໃນທົ່ວໂລກ.
ຢູ່ນອກການເຮັດວຽກ, ທ່ານ James Fairley, ຜູ້ຮັບຜິດຊອບການເຄື່ອນໄຫວໃນທົ່ວໂລກຂຶ້ນກັບອົງການການຄ້າ ແລະການລົງທຶນອົດສະຕາລີ (AUSTRADE) ໃຫ້ຂໍ້ສັງເກດວ່າ: “ອົດສະຕາລີ ແລະຫວຽດນາມ ມີທ່າແຮງການຮ່ວມມືແບບທຳມະຊາດ. ສັງຄົມຫວຽດນາມ ແມ່ນສັງຄົມໜຸ່ມ ແລະຮູ້ກ່ຽວກັບເຕັກໂນໂລຢີ, ສ່ວນອົດສະຕາລີ ມີທ່າແຮງກ່ຽວກັບດ້ານການເງິນ, ເຊິ່ງ EzyRemit ແມ່ນແບບຢ່າງ. ສິ່ງນັ້ນມີຄວາມໝາຍແມ່ນສອງຝ່າຍມີກາລະໂອກາດເພື່ອຮ່ວມມືນຳກັນ”.
ການເປີດກວ້າງການຮ່ວມມືລະຫວ່າງວິສາຫະກິດການເງິນຈາກສອງປະເທດ ຈະບໍ່ພຽງແຕ່ຊ່ວຍຍົກສູງຄຸນນະພາບການບໍລິການເທົ່ານັ້ນ, ຫາກຍັງຊຸກຍູ້ການເຄື່ອນໄຫວຂອງທຶນຮອນ, ການລົງທຶນ ແລະພັດທະນາເສດຖະກິດສອງຝ່າຍ.
ໂດຍ: ຈາງຫງວຽນ