ວັນທີ 2 ມີນາ, ຢູ່ນະຄອນ Incheon, ສ.ເກົາຫຼີ, ດ້ວຍການໜູນຊ່ວຍຂອງສະຖານທູດຫວຽດນາມ, ຄະນະກໍາມະການປະຊາຊົນແຂວງບັກຢາງ, ສະມາຄົມໄທບ້ານບັກຢາງຢູ່ ສ.ເກົາຫຼີ ໄດ້ຈັດຕັ້ງການພົບປະຕົ້ນລະດູບານໃໝ່ປີ 2025 ດ້ວຍການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນໄທບ້ານບັກຢາງ ເປັນຈໍານວນຫຼວງຫຼາຍ, ຜູ້ຕາງໜ້າບັນດາອົງການ, ອົງການຈັດຕັ້ງຊາວຫວຽດນາມ ແລະສ.ເກົາຫຼີ ພ້ອມກັບນັກອຸປະຖໍາໃນປະຊາຄົມຫຼາຍຄົນ.

leftcenterrightdel
ທ່ານ ຫງວຽນຫງອກຮຸ່ງ, ຫົວໜ້າສະມາຄົມໄທບ້ານບັກຢາງ (ຢູ່ເບື້ອງຂວາສຸດ) ມອບຂອງທີ່ລະນຶກໃຫ້ບັນດາຜູ້ແທນ. ພາບ: ສໍານັກຂ່າວສານຫວຽດນາມ

ເຖິງວ່າຫາກໍ່ໄດ້ຮັບການສ້າງຕັ້ງແຕ່ວັນທີ 31 ມີນາ ປີກາຍນີ້ກໍ່ຕາມ, ແຕ່ດ້ວຍຄວາມສາມັກຄີ, ສະໜິດຕິດພັນ ແລະຈິດໃຈອຸ້ມຊູຊ່ວຍເຫຼືອກັນຂອງພໍ່ແມ່ປະຊາຊົນໄທບ້ານບັກຢາງ, ສະມາຄົມໄດ້ມີຫຼາຍກິດຈະກຳ ເພື່ອຊ່ວຍເຫຼືອປະຊາຊົນຢູ່ຕ່າງປະເທດມີຊີວິດເປັນປົກກະຕິ, ຊ່ວຍເຫຼືອໄທບ້ານດຽວກັນທີ່ປະສົບກັບຄວາມຫຍຸ້ງຍາກ ແລະບໍລິຈາກເງິນໜູນຊ່ວຍ 13 ຄອບຄົວ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸຢາກີ ຢ່າງທັນການ.

ໃນຄໍາອວຍພອນຂອງຕົນ, ທ່ານ ຫຼີຮວນ, ປະທານວົງຕະກຸນ ຫຼີຮວາເຊີນ, ຊາວບັກນິງ ໄດ້ຂອບອົກຂອບໃຈຕໍ່ຄວາມເອົາໃຈໃສ່ຂອງສະຖານທູດຫວຽດນາມ ແລະພໍ່ແມ່ປະຊາຊົນໄທບ້ານບັກຢາງ. ທ່ານ ຫຼີຮວນ ຢືນຢັນວ່າ ບັກຢາງ, ບັກນິງ ແລະປະຊາຊົນບັນດາແຂວງ, ນະຄອນຕ່າງໆຂອງຫວຽດນາມ ລ້ວນແຕ່ພ້ອມກັນສ້າງປະຊາຄົມເຊື່ອມໂຍງ ແລະພັດທະນານໍ້າໃຈມິດຕະພາບລະຫວ່າງສອງປະເທດ ຫວຽດນາມ-ສ.ເກົາຫຼີ.

ໂດຍ: ທະນາພອນ