ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ບຸ່ຍແທັງເຊີນ ສະເໜີໃຫ້ທ່ານລັດຖະມົນຕີ Don Farrell ສືບຕໍ່ສະໜັບສະໜູນວິສາຫະກິດອົດສະຕາລີ ລົງທຶນຢູ່ຫວຽດນາມ, ພິເສດແມ່ນໃນບັນດາຂົງເຂດທີ່ອົດສະຕາລີ ມີທ່າແຮງ ແລະຫວຽດນາມ ມີຄວາມສາມາດບົ່ມຊ້ອນ; ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ເປີດສາຍການບິນໂດຍກົງລະຫວ່າງສອງປະເທດ, ສ້າງເງື່ອນໄຂສະດວກໃຫ້ຊາວຫວຽດນາມ ເຂົ້າຮໍ່າຮຽນ, ອອກແຮງງານ ແລະທ່ອງທ່ຽວຢູ່ອົດສະຕາລີ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເຮັດວຽກກັບທ່ານ Don Farrell ລັດຖະມົນຕີກະຊວງການຄ້າ ແລະການທ່ອງທ່ຽວອົດສະຕາລີ. ພາບ: ຕ໊ວນແອັງ

ສ່ວນທ່ານລັດຖະມົນຕີ Don Farrell ຢືນຢັນວ່າ ການພົວພັນດ້ານເສດຖະກິດ, ການຄ້າ ແລະການລົງທຶນລະຫວ່າງ ຫວຽດນາມ-ອົດສະຕາລີ ຍັງມີຄວາມສາມາດບົ່ມຊ້ອນພັດທະນາຫຼາຍຢ່າງ, ສອງຝ່າຍຄວນສືບຕໍ່ຜັນຂະຫຍາຍຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ເປັນຕົ້ນແມ່ນເສົາຄໍ້າ “ສະໜິດຕິດພັນດ້ານເສດຖະກິດ”, ສູ້ຊົນເພື່ອໃຫ້ສອງປະເທດກາຍເປັນໜຶ່ງໃນ 10 ຄູ່ຮ່ວມມືການຄ້າແຖວໜ້າຂອງກັນ ແລະເພີ່ມການລົງທຶນສອງສົ້ນໃຫ້ທົບສອງເທົ່າຄືດັ່ງໄດ້ວາງອອກໃນຍຸດທະສາດເພີ່ມທະວີການຮ່ວມມືດ້ານເສດຖະກິດ (EEES).

ທ່ານລັດຖະມົນຕີ Don Farrell ໃຫ້ຮູ້ວ່າ ປະຊາຄົມວິສາຫະກິດອົດສະຕາລີ ນັບມື້ນັບມີຄວາມສົນໃຈເຖິງຕະຫຼາດຫວຽດນາມ; ຕີລາຄາວ່າ ປະຊາຄົມຊາວຫວຽດນາມ ອາໄສຢູ່ອົດສະຕາລີ ນັບມື້ນັບໄດ້ຮັບການເປີດກວ້າງ, ມີການປະກອບສ່ວນສໍາຄັນຫຼາຍຢ່າງເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງອົດສະຕາລີ ແລະເປັນຂົວຕໍ່ສຳຄັນໃຫ້ແກ່ການຮ່ວມມືສອງຝ່າຍ. ອົດສະຕາລີ ສືບຕໍ່ໜູນຊ່ວຍຫວຽດນາມ ໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາຊັບພະຍາກອນມະນຸດ... ກໍ່ຄືເພີ່ມທະວີການສົມທົບກັນຢູ່ກົນໄກການຄ້າຫຼາຍຝ່າຍ.

ຕອນບ່າຍວັນດຽວກັນ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມ ແລະມີບົດກ່າວຄຳເຫັນທີ່ກອງປະຊຸມສໍາມະນາຂອງສະຖາບັນນະໂຍບາຍ ຫວຽດນາມ-ອົດສະຕາລີ.

ໂດຍ: ເຈິ່ນຮວ່ຽນ