leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ຣ້ຽມກີ່ງ

ໃນຊຸມປີຜ່ານມາ, ການຮ່ວມມືລົງທຶນລະຫວ່າງແຂວງບ່າເຣ້ຍ-ຫວູງເຕົ່າ ແລະສິງກະໂປ ໄດ້ມີການພັດທະນາພໍສົມຄວນ. ສິງກະໂປ ໄດ້ຢູ່ໃນກຸ່ມ 10 ປະເທດທີ່ມີເງິນລົງທຶນຫຼາຍທີ່ສຸດຢູ່ແຂວງບ່າເຣ້ຍ-ຫວູງເຕົ່າ, ມີ 55 ໂຄງການ, ມີເງິນລົງທຶນທັງໝົດປະມານ 3 ຕື້ໂດລາສະຫະລັດ, ໂດຍສຸມໃສ່ບັນດາຂົງເຂດບໍລິການເດີນທະເລ, ທ່າກໍາປັ່ນທະເລ ແລະວັດສະດຸກໍ່ສ້າງ, ທັນຍາຫານ, ເຄື່ອງກົນຈັກ. ທ່ານ ຟ້າມຫວ໊ຽດແທັງ ແບ່ງປັນຄວາມປາດຖະໜາວ່າ ທ່ານ Pang Te Cheng ຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືອັນດີງາມລະຫວ່າງແຂວງບ່າເຣ້ຍ-ຫວູງເຕົ່າ ກັບບັນດາຄູ່ຮ່ວມມືຢູ່ ສິງກະໂປ; ເຊື່ອມຕໍ່ບັນດາວິສາຫະກິດ, ນັກລົງທຶນສອງຝ່າຍຍູ້ແຮງການລົງທຶນດຳເນີນທຸລະກິດຢູ່ແຂວງບ່າເຣ້ຍ-ຫວູງເຕົ່າ.

ສ່ວນທ່ານ Pang Te Cheng ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຂອງການນຳແຂວງບ່າເຣ້ຍ-ຫວູງເຕົ່າ ແລະຫວັງວ່າແຂວງ ຈະສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ, ກຸ່ມບໍລິສັດຂອງສິງກະໂປ ໄດ້ລົງທຶນໃນຂົງເຂດ logistics, ພະລັງງານ; ຕັ້ງໜ້າໜູນຊ່ວຍເພື່ອໃຫ້ກຸ່ມບໍລິສັດ Sembcorp ແລະບໍລິສັດໃຫຍ່ຫຸ້ນສ່ວນບໍລິການເຕັກນິກນໍ້າມັນອາຍແກັດຫວຽດນາມ (PTSC) ເພື່ອພັດທະນາໂຄງການພະລັງງານທົດແທນຢູ່ທະເລຫວຽດນາມ, ໃນນັ້ນມີເຂດທະເລບ່າເຣ້ຍ-ຫວູງເຕົ່າ.

ໂດຍ: ເຈິ່ນຮວ່ຽນ