ທີ່ການຕ້ອນຮັບ, ທ່ານນາງ Mariam Sherman ໃຫ້ຮູ້ວ່າ ທີ່ການເຮັດວຽກຄັ້ງນີ້, WB ໄດ້ປຶກສາຫາລືກັບສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ກ່ຽວກັບການຈັດຕັ້ງເວທີປາໄສເພື່ອແນະນໍາກ່ຽວກັບບົດລາຍງານຫວຽດນາມ ເຖິງປີ 2045. ທ່ານນາງ Mariam Sherman ປາດຖະໜາວ່າ ເວທີປາໄສໄດ້ຮັບການຈັດຕັ້ງຢູ່ຂັ້ນສູງ, ດ້ວຍຄວາມສໍາຄັນແນໃສ່ວາງແຜນກໍານົດນະໂຍບາຍຢູ່ຫວຽດນາມ. ປະຈຸບັນ, ບົດລາຍງານໄດ້ຮັບການສ້າງຂຶ້ນລວມມີຜົນງານສຳຄັນຂອງຫວຽດນາມ ໃນຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ການສຶກສາ, ສິ່ງແວດລ້ອມ...

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ທ່ານ ຫງວຽນຊວນຖັ໊ງ ໃຫ້ຮູ້ວ່າ WB ໄດ້ຕີລາຄາຢ່າງຕັ້ງໜ້າກ່ຽວກັບການຫັນປ່ຽນຂອງຫວຽດນາມ ໃນປະຈຸບັນ; ເຖິງຢ່າງໃດກໍຕາມ, ຕ້ອງເພີ່ມເຕີມ ແລະອັບເດັດບັນດາບາດກ້າວພັດທະນາໃໝ່ຂອງຫວຽດນາມ, ຄື: ການພັດທະນາຊັບພະຍາກອນມະນຸດ, ວິທະຍາສາດເຕັກໂນໂລຢີ, ການພັດທະນາຂອງບັນດາວິສາຫະກິດຫວຽດນາມ.

ທ່ານ ຫງວຽນຊວນຖັ໊ງ ສະເໜີໃຫ້ທະນາຄານໂລກ ປະຈຳ ຫວຽດນາມ ມີໂຄງການລະອຽດ ເພື່ອໜູນຊ່ວຍບັນດາທ້ອງຖິ່ນຢູ່ຫວຽດນາມ, ພິເສດແມ່ນກ່ຽວກັບນະໂຍບາຍ ແລະການພັດທະນາແບບຍືນຍົງ; ພ້ອມກັນນັ້ນເຈາະຈີ້ມທິດທາງໃໝ່ໃຫ້ແກ່ຫວຽດນາມ ໃນໄລຍະຈະມາເຖິງ, ວິໄສທັດຮອດປີ 2045 ເມື່ອຫວຽດນາມ ເຂົ້າສູ່ໄລຍະໃໝ່ - ສັງກາດບຸກບືນຂອງຊາດຫວຽດນາມ.

leftcenterrightdel
ທ່ານ ຫງວຽນຊວນຖັ໊ງ ມອບຂອງຂວັນເປັນທີ່ລະນຶກໃຫ້ແກ່ທ່ານນາງ Mariam Sherman. ພາບ: qdnd.vn

ທ່ານນາງ Mariam Sherman ກໍ່ໃຫ້ຮູ້ຕື່ມວ່າ ໃນໄລຍະຜ່ານມາ, WB ໄດ້ເປັນເຈົ້າການສົມທົບກັບບັນດາອົງການກ່ຽວຂ້ອງຂອງຫວຽດນາມ ເພື່ອປຶກສາຫາລື ແລະຊອກຫາວິທີແກ້ໄຂຢ່າງທັນການເພື່ອແລກປ່ຽນ, ຊອກຫາມາດຕະການ ແກ້ໄຂສິ່ງຄົງຄ້າງໃນວິວັດການຜັນຂະຫຍາຍບັນດາໂຄງການຢ່າງທັນການ; ປາດຖະໜາວ່າ ອົງການກ່ຽວຂ້ອງຂອງຫວຽດນາມ ຈະມີມາດຕະການແກ້ໄຂຂໍ້ຄົງຄ້າງກ່ຽວຂ້ອງເຖິງຂັ້ນຕອນ, ລະບຽບການ ເພື່ອຍູ້ໄວການປັບປຸງລະບຽບການລົງທຶນ ແລະດໍາເນີນການເຈລະຈາເຊັນສັນຍາຮ່ວມມືກັບ WB ໃນໄລຍະຈະມາເຖິງໂດຍໄວ.

ໂດຍ: ທູຈາງ