ການນຳນະຄອນໂຮ່ຈີມິນ ຢືນຢັນວ່າ ນະຄອນຍາມໃດກໍ່ຖືເປັນສຳຄັນ, ຮັກສາ ແລະເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ-ລາວ; ເອົາໃຈໃສ່ຊຸກຍູ້ການພົວພັນຮ່ວມມືກັບບັນດາຂະແໜງການ, ທ້ອງຖິ່ນຂອງລາວ, ເປັນຕົ້ນແມ່ນບັນດາທ້ອງຖິ່ນທີ່ໄດ້ສ້າງການພົວພັນແຮກສ່ຽວ. ທ່ານ ຟານວັນມາຍ ເນັ້ນໜັກວ່າ ນະຄອນໂຮ່ຈີມິນ ເອົາໃຈໃສ່ເຖິງການຮ່ວມມືດ້ານການສຶກສາ ແລະບຳລຸງກໍ່ສ້າງກັບບັນດາທ້ອງຖິ່ນຂອງລາວ. ນະຄອນໃຫ້ບຸລິມະສິດສຸມໃສ່ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ, ການຄ້າ ແລະການລົງທຶນກັບບັນດາທ້ອງຖິ່ນຂອງລາວ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ຕາງໜ້າຄະນະຜູ້ແທນການນຳບັນດາທ້ອງຖິ່ນຂອງລາວ, ທ່ານ ຄຳໄລ ສີປະເສີດ ຮອງປະທານຄະນະກໍາມະການສູນກາງແນວລາວສ້າງຊາດ ໄດ້ຊົມເຊີຍນະຄອນໂຮ່ຈີມິນ ທີ່ໄດ້ຈັດຕັ້ງເຫດການເຈລະຈາມິດຕະພາບຄັ້ງທີ 2 ແລະເວທີປາໄສເສດຖະກິດນະຄອນໂຮ່ຈີມິນ ຄັ້ງທີ 5 ປີ 2024 ປະສົບຜົນສໍາເລັດ. ຜ່ານນັ້ນຢັ້ງຢືນຄວາມສໍາຄັນ, ບົດບາດຂອງນະຄອນໂຮ່ຈີມິນ ໃນສາຍພົວພັນຮ່ວມມືມິດຕະພາບກັບບັນດາທ້ອງຖິ່ນຢູ່ໃນທົ່ວໂລກ...

ທ່ານ ຄຳໄລ ສີປະເສີດ ຂອບໃຈນະຄອນໂຮ່ຈີມິນ ທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງມີປະສິດທິຜົນໃນໄລຍະຜ່ານມາ, ເປັນຕົ້ນແມ່ນໃນການພັດທະນາຊັບພະຍາກອນມະນຸດ, ສົ່ງເສີມການລົງທຶນເຂົ້າບັນດາທ້ອງຖິ່ນຂອງລາວ; ສະເໜີໃຫ້ນະຄອນສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນກັບບັນດາທ້ອງຖິ່ນຂອງລາວ; ຊຸກຍູ້ການຮ່ວມມືມິດຕະພາບກັບບັນດາທ້ອງຖິ່ນທີ່ຍັງບໍ່ທັນສ້າງການພົວພັນກັບນະຄອນ.

ໂດຍ: ເຈິ່ນຮວ່ຽນ