ຕອນບ່າຍວັນທີ 13 ກັນຍາ, ຄະນະປະຕິບັດງານສະຖານກົງສູນໃຫຍ່ຫວຽດນາມ ປະຈຳ Osaka (ຍີ່ປຸ່ນ) ນໍາໂດຍທ່ານ ໂງຈິ້ງຮ່າ ຫົວໜ້າກົງສູນໃຫຍ່ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ແຂວງ Tokushima. ຄະນະປະຕິບັດງານຍັງມີການເຂົ້າຮ່ວມຂອງສະມາຊິກສະມາຄົມສົ່ງເສີມການຮ່ວມມືເສດຖະກິດ ຫວຽດນາມ-ຍີ່ປຸ່ນ, ສະມາຄົມມິດຕະພາບ ຍີ່ປຸ່ນ-ຫວຽດນາມ.

leftcenterrightdel
ຜູ້ແທນເຂົ້າຮ່ວມການເຮັດວຽກ. ພາບ: vov.vn

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ໂງຈິ້ງຮ່າ ຫົວໜ້າກົງສູນໃຫຍ່ ໃຫ້ຮູ້ວ່າ ຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນຂອງຫວຽດນາມ. ປີ 2023, ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງການພົວພັນທາງການທູດ ຫວຽດນາມ ແລະຍີ່ປຸ່ນ, ສອງປະເທດໄດ້ຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ປະຈຸບັນ, ຍີ່ປຸ່ນ ແມ່ນຄູ່ຮ່ວມມືໜູນຊ່ວຍການພັດທະນາຢ່າງເປັນທາງການ (ODA) ໃຫຍ່ທີ່ສຸດ, ການຮ່ວມມືດ້ານແຮງງານໃຫຍ່ທີ່ສຸດຂອງຫວຽດນາມ.

ເນັ້ນໜັກວ່າ ປະຈຸບັນມີປະມານ 100 ຄູ່ຮ່ວມມືທ້ອງຖິ່ນລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ, ທ່ານ ໂງຈິ້ງຮ່າ ຫົວໜ້າກົງສູນໃຫຍ່ ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງການຮ່ວມມືລະຫວ່າງທ້ອງຖິ່ນສອງປະເທດຈະນັບມື້ນັບຍົກສູງຄວາມສຳຄັນ. ທ່ານຫົວໜ້າກົງສູນໃຫຍ່ ກໍ່ສະແດງຄວາມຂອບໃຈຕໍ່ແຂວງ Tokushima ທີ່ໄດ້ສ້າງເງື່ອນໄຂໃຫ້ຊາວຫວຽດນາມ ຢູ່ແຂວງເຊື່ອມໂຍງເຂົ້າກັບສັງຄົມປະຈຳຖິ່ນ.

ສ່ວນທ່ານ Gotada Masazumi, ຜູ້ວ່າການແຂວງ Tokushima ຕີລາຄາສູງບົດບາດຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ ຍີ່ປຸ່ນ ໃນການພົວພັນຍຸດທະສາດການທູດສອງປະເທດ. ໃນໄລຍະຜ່ານມາ, ແຂວງກໍ່ໄດ້ສ້າງເງື່ອນໄຂ ແລະມອບທຶນສຶກສາຫຼາຍທຶນໃຫ້ນັກຮຽນຫວຽດນາມ. ທ່ານ Gotada Masazumi ສະເໜີເປີດສາຍການບິນ ຫວຽດນາມ-Tokushima; ສະເໜີເປີດໂຮງຮຽນພາສາຍີ່ປຸ່ນ ຢູ່ແຂວງ Tokushima; ແລະປາດຖະໜາຢາກໄດ້ຮັບຄົນງານຫວຽດນາມ ທີ່ມີສີມືແຮງງານມາເຮັດວຽກຢູ່ແຂວງຕື່ມອີກ.

ໂດຍ: ເຈິ່ນຮວ່ຽນ