ທ່ານ ເຈິ່ນວັນຕ໊ວນ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຊູແອັດ ທັງຮັບຜິດຊອບລັດເວຍ ຢືນຢັນຄືດັ່ງກ່າວໃນການໃຫ້ສຳພາດຕໍ່ສື່ມວນຊົນ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ເຈິ່ນວັນຕ໊ວນ. ພາບ: congthuong.vn

ປະຈຸບັນ ຊູແອັດ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ເອີລົບເໜືອ

ຂໍຮຽນທ່ານເອກອັກຄະລັດຖະທູດ, ໂດຍໄດ້ຮູ້ແລ້ວວ່າ, ວັນທີ 6 ກັນຍາ ຈະຈັດຕັ້ງພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະຊູແອັດ. ຊູແອັດແມ່ນປະເທດຕາເວັນຕົກທຳອິດທີ່ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ. ຫວນຄືນໄລຍະ 55 ປີຜ່ານມາ, ທ່ານເອກອັກຄະລັດຖະທູດ ຕີລາຄາຄືແນວໃດກ່ຽວກັບການພັດທະນາການພົວພັນລະຫວ່າງສອງປະເທດ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະການລົງທຶນ?

ຊູແອັດ ແມ່ນປະເທດຕາເວັນຕົກທຳອິດທີ່ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ ໃນວັນທີ 11 ມັງກອນ 1969 ແລະ 2 ປະເທດໄດ້ກໍ່ສ້າງ, ເພີ່ມພູນຄູນສ້າງ ແລະພັດທະນາສາຍພົວພັນສອງຝ່າຍໃຫ້ນັບມື້ນັບຍືນຍົງ, ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ແລະບັນລຸໄດ້ບັນດາຜົນງານທີ່ໜ້າເອກອ້າງທະນົງໃຈໃນຫຼາຍຂົງເຂດ.

ໃນຕະຫຼອດໄລຍະ 55 ປີແຫ່ງການຮ່ວມມືຜ່ານມາ, ຊູແອັດ ໄດ້ສະຫງວນໃຫ້ຫວຽດນາມ ການສະໜັບສະໜູນ ແລະການໜູນຊ່ວຍອັນລ້ຳຄ່າທີ່ສຸດທັງດ້ານຈິດໃຈ ແລະວັດຖຸໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະທ້ອນໂຮມປະເທດຊາດເປັນເອກະພາບໃນເມື້ອກ່ອນ, ກໍ່ຄືໃນພາລະກິດປ່ຽນແປງໃໝ່, ສ້າງສາປະເທດຊາດ, ເຊື່ອມໂຍງເຂົ້າກັບສາກົນໃນປະຈຸບັນ .

ກ່ຽວກັບການໜູນຊ່ວຍການພັດທະນາ, ຊູແອັດ ແມ່ນໜຶ່ງໃນບັນດາປະເທດສະໜອງທຶນ ODA ໃຫຍ່ໃຫ້ຫວຽດນາມ ດ້ວຍຍອດຈຳນວນທຶນ 3,46 ຕື້ໂດລາສະຫະລັດ ໄລ່ຮອດປີ 2013. ຫວຽດນາມ ໄດ້ນຳໃຊ້ແຫຼ່ງທຶນດັ່ງກ່າວຢ່າງມີປະສິດທິຜົນໃນການລົງທຶນເຂົ້າໃນຫຼາຍຂົງເຂດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດລົບລ້າງຄວາມອຶດຫີວ ແລະການຫຼຸດຜ່ອນຄວາມທຸກຍາກ, ພັດທະນາເສດຖະກິດ-ສັງຄົມຂອງປະເທດ. ຊູແອັດ ກໍ່ຊ່ວຍຫວຽດນາມ ບຳລຸງກໍ່ສ້າງບັນດານັກຊ່ຽວຊານ, ວິສະວະກອນໃນຫຼາຍຂົງເຂດ, ຄື: ປ່າໄມ້, ເຈ້ຍ, ພະລັງງານ, ຊີວະສາດ, ການແພດ, ສື່ມວນຊົນ...

ກ່ຽວກັບການຮ່ວມມືດ້ານການຄ້າ, ນັບແຕ່ທ້າຍປີ 2013, ບົນພື້ນຖານການພົວພັນຄູ່ຮ່ວມມືສະເໝີພາບຕ່າງຝ່າຍຕ່າງມີຜົນປະໂຫຍດ, ການຄ້າສອງຝ່າຍໄດ້ມີບາດກ້າວພັດທະນາພໍສົມຄວນ. ປະຈຸບັນ ຊູແອັດ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ພາກພື້ນເອີລົບເໜືອ, ກົງກັນຂ້າມ, ຫວຽດນາມ ແມ່ນຄູ່ຮ່ວມມືນຳເຂົ້າໃຫຍ່ທີ່ສຸດຂອງ ຊູແອັດ ຢູ່ອາຊີຕາເວັນອອກສ່ຽງໃຕ້.

ກ່ຽວກັບການຮ່ວມມືດ້ານການລົງທຶນ, ຕາມຂໍ້ມູນຂອງກະຊວງແຜນການ ແລະການລົງທຶນ, ໄລ່ຮອດເດືອນ ມິຖຸນາ 2024, ຊູແອັດ ມີ 111 ໂຄງການລົງທຶນຢູ່ ຫວຽດນາມ ດ້ວຍຍອດຈຳນວນທຶນຈົດທະບຽນ 742,65 ລ້ານໂດລາສະຫະລັດ, ຢືນອັນດັບ 29 ໃນຈຳນວນ 143 ປະເທດ ແລະເຂດແຄ້ວນລົງທຶນເຂົ້າຫວຽດນາມ. ກົງກັນຂ້າມ, ຫວຽດນາມ ກໍ່ມີໂຄງການລົງທຶນທຳອິດຢູ່ຊູແອັດ ດ້ວຍຍອດຈຳນວນເງິນລົງທຶນແຕ່ປີ 2019 ຮອດປະຈຸບັນປະມານ 5,2 ລ້ານໂດລາສະຫະລັດ.

ສັນຍາການຄ້າເສລີ ຫວຽດນາມ-ອີຢູ (EVFTA) ໄດ້ປະກອບສ່ວນຄືແນວໃດໃຫ້ແກ່ການນຳເຂົ້າ ແລະສົ່ງອອກລະຫວ່າງ ຫວຽດນາມ-ຊູແອັດ ແນວໃດ, ໂດຍສະເພາະແມ່ນໃນບັນຫາສົ່ງອອກສິນຄ້າ ຫວຽດນາມ ໄປຍັງ ຊູແອັດ, ຂໍຮຽນທ່ານເອກອັກຄະລັດຖະທູດ?

ສັນຍາການຄ້າເສລີ ຫວຽດນາມ-ອີຢູ (EVFTA) ມີຜົນສັກສິດແຕ່ວັນທີ 1 ສິງຫາ 2020 ແມ່ນຂີດໝາຍສຳຄັນໃນໄລຍະ 30 ປີແຫ່ງການຮ່ວມມື ແລະພັດທະນາລະຫວ່າງຫວຽດນາມ ແລະສະຫະພາບເອີລົບ, ເປີດກວ້າງໄລຍະໃໝ່ທີ່ເຕັມໄປດ້ວຍແງ່ຫວັງໃຫ້ແກ່ການພົວພັນຄູ່ຮ່ວມມືຮອບດ້ານເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ. ນອກຈາກຜົນປະໂຫຍດດ້ານພາສີແລ້ວ, EVFTA ຍັງໄດ້ດຶງດູດຄວາມສົນໃຈຂອງບັນດາວິສາຫະກິດເອີລົບ ເວົ້າລວມ ແລະເວົ້າສະເພາະແມ່ນບັນດາວິສາຫະກິດ ຊູແອັດ ທີ່ມີຕໍ່ຕະຫຼາດຫວຽດນາມ.

ຊຸກຍູ້ການຄ້າ ແລະການລົງທຶນລະຫວ່າງຫວຽດນາມ ແລະຊູແອັດ

ຂໍຮຽນທ່ານເອກອັກຄະລັດຖະທູດ, ປີ 2024 ແມ່ນປີພິເສດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ຊູແອັດ. ສະຖານທູດຫວຽດນາມ ປະຈຳ ຊູແອັດ ຈະຜັນຂະຫຍາຍບັນດາ ມາດຕະການໃດແດ່ ເພື່ອສືບຕໍ່ຊຸກຍູ້ການພົວພັນດ້ານການຄ້າ ແລະການລົງທຶນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ?

ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ຊູແອັດ, ແຕ່ຕົ້ນປີມາຮອດປະຈຸບັນ, ສະຖານທູດຫວຽດນາມ ປະຈຳຊູແອັດ ໄດ້ສຸມໃສ່ຍູ້ແຮງການທູດເສດຖະກິດດ້ວຍບັນດາມາດຕະການແທດຈິງ ແລະມີປະສິດທິຜົນ ເພື່ອແນໃສ່ຊຸກຍູ້ການຮ່ວມມືສອງຝ່າຍ.

ໂດຍລະອຽດ, ຍູ້ແຮງການພົບປະ ແລະໜູນຊ່ວຍການເຊື່ອມຕໍ່ວິສາຫະກິດກັບວິສາຫະກິດຂອງ 2 ປະເທດ; ໜູນຊ່ວຍຊອກຫາມາດຕະການແກ້ໄຂຄວາມຫຍຸ້ງຍາກເຊິ່ງບາງວິສາຫະກິດ ຊູແອັດ ພວມປະເຊີນໜ້າໃນການລົງທຶນ, ຜະລິດດຳເນີນທຸລະກິດຢູ່ຫວຽດນາມ; ສົມທົບກັບບັນດາວິສາຫະກິດພາຍໃນປະເທດຈັດຕັ້ງກອງປະຊຸມສຳມະນາ, ງານຕະຫຼາດນັດວາງສະແດງສິນຄ້າເພື່ອແນໃສ່ໂຄສະນາ ແລະແນະນຳຜະລິດຕະພັນຂອງຫວຽດນາມ ຢູ່ປະເທດປະຈໍາຖິ່ນ; ຍູ້ແຮງການໂຄສະນາກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ, ພິເສດແມ່ນບັນດາຂົງເຂດທີ່ຊູແອັດ ມີທ່າແຮງ ຄື: ຄຸ້ມຄອງນ້ຳປະປາ, ກຳຈັດສິ່ງເສດເຫຼືອ; ຜະລິດເຄື່ອງຈັກ, ໄຟຟ້າ-ເອເລັກໂຕນິກ, ອຸດສາຫະກຳປຸງແຕ່ງ...

ໜຶ່ງໃນບັນດາຈຸດພົ້ນເດັ່ນທີ່ສໍາຄັນ ເຊິ່ງພວກຂ້າພະເຈົ້າຈະຜັນຂະຫຍາຍໃນວັນທີ 6 ກັນຍາແມ່ນເວທີປາໄສວິສາຫະກິດ ຫວຽດນາມ-ຊູແອັດ 2024, ສຸມໃສ່ 3 ຫົວຂໍ້ຕົ້ນຕໍ ຄື: ການຫັນເປັນດີຈີຕອນ, ການຫັນເປັນພະລັງງານ ແລະປ່ຽນແປງໃໝ່ປະດິດຄິດສ້າງ…

ໂດຍໄດ້ຮູ້ວ່າ, ເວທີປາໄສວິສາຫະກິດ ຫວຽດນາມ-ຊູແອັດ ໃນປີ 2024 ໂດຍທ່ານເອກອັກຄະລັດຖະທູດ ເຈິ່ນວັນຕ໊ວນ ແລະທ່ານ ຫງວຽນຮວ່າງລອງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ເປັນປະທານຮ່ວມ ຈະມີດ້ວຍຫົວຂໍ້ “ຫັນເປັນດີຈີຕອນ, ຫັນເປັນພະລັງງານ, ປ່ຽນແປງໃໝ່ປະດິດຄິດສ້າງ: ຮ່ວມມືເພື່ອອະນາຄົດແຫ່ງການພັດທະນາແບບຍືນຍົງ”. ທ່ານຕີລາຄາຄືແນວໃດກ່ຽວກັບຄວາມສາມາດບົ່ມຊ້ອນກ່ຽວກັບການຮ່ວມມືຂອງວິສາຫະກິດຂອງສອງປະເທດໃນຂົງເຂດນີ້?

ປະເທດຊູແອັດ ມີລະດັບວິທະຍາສາດ ແລະເຕັກໂນໂລຢີສູງ, ມີປະສົບການມາຫຼາຍປີໃນຂົງເຂດນີ້. ໃນຂະນະນັ້ນ, ຫວຽດນາມ ແມ່ນຕະຫຼາດໃຫຍ່ດ້ວຍປະຊາກອນ 100 ລ້ານຄົນ, ມີແຫຼ່ງແຮງງານທີ່ມີລະດັບສູງຫຼາຍສົມຄວນ, ລະດັບເຕີບໂຕເສດຖະກິດວ່ອງໄວ, ມີຄວາມຕ້ອງການຫັນເປັນດີຈີຕອນ, ຫັນປ່ຽນພະລັງງານ, ປ່ຽນແປງໃໝ່ປະດິດຄິດສ້າງຫຼາຍ. ຍິ່ງໄປກວ່ານັ້ນ, ພັກ ແລະລັດເຮົາ ກໍ່ໄດ້ມີຄວາມຕັດສິນໃຈສູງໃນການຊຸກຍູ້ການພັດທະນາຂະແໜງການນີ້ພາຍໃນປະເທດ.

ທີ່ກອງປະຊຸມ COP 28 ຢູ່ UAE (ເດືອນທັນວາ 2023), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເນັ້ນໜັກວ່າ: “ການຫັນປ່ຽນສີຂຽວພ້ອມກັບການຫັນເປັນດີຈີຕອນ ແລະປ່ຽນແປງໃໝ່ປະດິດຄິດສ້າງ ແມ່ນຄວາມຮຽກຮ້ອງພາວະວິໄສ, ການເລືອກເຟັ້ນຍຸດທະສາດ ແລະບຸລິມະສິດແຖວໜ້າຂອງຫວຽດນາມ ເພື່ອພັດທະນາຢ່າງວ່ອງໄວ, ຍືນຍົງ ແລະຫັນປ່ຽນພື້ນຖານເສດຖະກິດຈາກສີນ້ໍາຕານເປັນສີຂຽວ; ຫວຽດນາມ ສຸມໃສ່ ແລະປາດຖະໜາຢາກຍູ້ແຮງການຮ່ວມມືໃນບັນດາຂົງເຂດນີ້.”

ຄຽງຂ້າງນັ້ນ, ຕາມສະຖິຕິຂອງກົມກົດໝາຍສາກົນ - ກະຊວງການຕ່າງປະເທດຫວຽດນາມ ແລ້ວ, ໃນຈໍານວນ 42 ສັນຍາ, ຂໍ້ຕົກລົງລະຫວ່າງ 2 ປະເທດທີ່ຍັງມີຜົນສັກສິດ, ມີ 18 ສັນຍາ, ຂໍ້ຕົກລົງທີ່ກ່ຽວຂ້ອງເຖິງຂົງເຂດວິທະຍາສາດ ແລະເຕັກໂນໂລຊີ. ຍ້ອນເຫດນັ້ນ, ຫວຽດນາມ ແລະຊູແອັດ ມີຄວາມສາມາດບົ່ມຊ້ອນຮ່ວມມືໃນຂົງເຂດນີ້, ພິເສດແມ່ນການຫັນເປັນດີຈີຕອນ, ຫັນປ່ຽນພະລັງງານ ແລະປ່ຽນແປງໃໝ່ປະດິດຄິດສ້າງ. ຕົວຈິງໃນໄລຍະມໍ່ໆມານີ້ ກໍ່ສະແດງໃຫ້ເຫັນວ່າວິສາຫະກິດສອງປະເທດພວມເອົາໃຈໃສ່ລົງທຶນ ແລະທໍາມາຫາກິນກັບຄູ່ຮ່ວມມືຂອງກັນໃນຂົງເຂດເຫຼົ່ານີ້.

leftcenterrightdel
Ericsson ແລະມະຫາວິທະຍາໄລ RMIT ລົງນາມໃນຂໍ້ຕົກລົງສ້າງຕັ້ງຫ້ອງທົດລອງ RMIT & Ericsson ເພື່ອຊ່ວຍບໍາລຸງສ້າງນັກສຶກສາຫວຽດນາມ ກ່ຽວກັບ 5G ແລະເຕັກໂນໂລຢີໃໝ່ ຄື: ປັນຍາປະດິດ (AI), ເຄື່ອງຈັກຮຽນຮູ້ (ML), blockchain, Cloud Computing, AR/ VR ແລະອັດຕະໂນມັດ. ພາບ: RMIT

ກົງກັນຂ້າມ, ວິສາຫະກິດຈໍານວນໜຶ່ງຂອງປະເທດເຮົາໃນເບື້ອງຕົ້ນໄດ້ມີໂຄງການລົງທຶນ ແລະເຮັດທຸລະກິດ ຢູ່ປະເທດຊູແອັດ ໃນບັນດາຂົງເຂດຫັນເປັນດີຈີຕອນ, ການປ່ຽນແປງໃໝ່ປະດິດຄິດສ້າງ.

ນີ້ແມ່ນສັນຍານທີ່ຕັ້ງໜ້າໃຫ້ແກ່ຄວາມສາມາດຮ່ວມມືຢ່າງເລິກເຊິ່ງກວ້າງຂວາງໃນຂົງເຂດຫັນເປັນດີຈີຕອນ, ການຫັນປ່ຽນພະລັງງານ, ປ່ຽນແປງໃໝ່ປະດິດຄິດສ້າງລະຫວ່າງວິສາຫະກິດຂອງສອງປະເທດໃນໄລຍະຈະມາເຖິງ.

ຂໍຂອບໃຈ!

ໂດຍ: ທະນາພອນ