leftcenterrightdel
ຕາງໜ້າວິສາຫະກິດແຂວງ Niigata ແລກປ່ຽນໂດຍກົງກັບນັກສຶກສາ, ຜູ້ອອກແຮງງານແຂວງວິງລອງ ຜ່ານບັນດາຮ້ານເຊື່ອມຕໍ່​ຊັບພະຍາກອນ​ມະນຸດ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ລືກວາງເງີ່ຍ ປະທານຄະນະກໍາມະການປະຊາຊົນແຂວງວິງລອງ ໃຫ້ຮູ້ວ່າ, ກອງປະຊຸມແມ່ນໂອກາດເພື່ອແນະນໍາກ່ຽວກັບຊັບພະຍາກອນມະນຸດຂອງແຂວງວິງລອງ ແລະຄວາມຕ້ອງການຊັບພະຍາກອນມະນຸດຂອງແຂວງ Niigata. ທ່ານ ລືກວາງເງີ່ຍ ປາດຖະໜາວ່າ ບັນດາບໍລິສັດຈັດສົ່ງ ແລະວິສາຫະກິດນໍາໃຊ້ຜູ້ອອກແຮງງານຂອງແຂວງ Niigata, ອໍານາດການປົກຄອງແຂວງ Niigata ສືບຕໍ່ສ້າງເງື່ອນໄຂສະດວກເພື່ອມີຜູ້ອອກແຮງງານແຂວງວິງລອງຫຼາຍຄົນໄປຮໍ່າຮຽນ, ເຮັດວຽກຢູ່ຍີ່ປຸ່ນ.

ກ່ຽວກັບແຂວງວິງລອງ, ບັນດາຂະແໜງ, ທ້ອງຖິ່ນ, ວິສາຫະກິດສົ່ງຜູ້ອອກແຮງງານໄປເຮັດວຽກ ແລະຮໍ່າຮຽນຢູ່ຕ່າງປະເທດ ຕ້ອງເພີ່ມການຈັດຕັ້ງການສຶກສາ, ບໍາລຸງສ້າງດ້ານຄວາມຮູ້, ສີມືອາຊີບ, ທັກສະ, ພາສາຕ່າງປະເທດໃຫ້ຜູ້ອອກແຮງງານ. ພ້ອມທັງກະກຽມຊັບພະຍາກອນທີ່ມີຄຸນນະພາບຕອບສະໜອງຄວາມຮຽກຮ້ອງນັບມື້ນັບສູງຂອງບັນດາປະເທດຮັບສະໝັກຄົນງານເວົ້າລວມ, ປະເທດຍີ່ປຸ່ນ ແລະແຂວງ Niigata ເວົ້າສະເພາະ.

ສ່ວນທ່ານ Hanazumi Hideyo ຜູ້ວ່າການແຂວງ Niigata ໃຫ້ຮູ້ວ່າ Niigata ແລະແຂວງວິງລອງ ມີເງື່ອນໄຂຄ້າຍຄືກັນກ່ຽວກັບທ່າແຮງໃນການພັດທະນາກະສິກໍາ, ນີ້ຈະແມ່ນເງື່ອນໄຂສະດວກເພື່ອຊ່ວຍໃຫ້ຜູ້ອອກແຮງງານໜຸ່ມຂອງແຂວງວິງລອງ ເມື່ອໄປເຮັດວຽກຢູ່ແຂວງ Niigata. ທ່ານ Hanazumi Hideyo ສະແດງຄວາມປາດຖະໜາວ່າໃນອະນາຄົດຈະຕ້ອນຮັບເພື່ອນໜຸ່ມຫຼາຍຄົນຂອງແຂວງວິງລອງ ມາຮໍ່າຮຽນ ແລະເຮັດວຽກຢູ່ແຂວງ Niigata.

ທີ່ກອງປະຊຸມ, ແຂວງວິງລອງ ໄດ້ແນະນໍາຂອບຂະໜາດຊັບພະຍາກອນມະນຸດທ້ອງຖິ່ນ, ແຜນນະໂຍບາຍ ແລະນະໂຍບາຍຂອງແຂວງທີ່ໜູນຊ່ວຍໃຫ້ຜູ້ອອກແຮງງານໄປເຮັດວຽກຢູ່ຕ່າງປະເທດ, ພ້ອມທັງແນະນໍາບັນດາໂຮງຮຽນວິທະຍາໄລ, ມະຫາວິທະຍາໄລໃນບໍລິເວນ, ຄວາມສາມາດບົ່ມຊ້ອນກ່ຽວກັບຈໍານວນນັກຮຽນ, ນັກສຶກສາທີ່ສາມາດບໍາລຸງສ້າງ, ສົ່ງເສີມເຂົ້າຮ່ວມການຮໍ່າຮຽນ, ເຮັດວຽກຢູ່ຂະແໜງອາຊີບຊຶ່ງວິສາຫະກິດແຂວງ Niigata ມີຄວາມຕ້ອງການ.

ເນື່ອງໃນໂອກາດນີ້, ຕາງໜ້າບັນດາອົງການ, ສະມາຄົມ, ວິສາຫະກິດແຂວງ Niigata ແນະນໍາກ່ຽວກັບຄວາມຕ້ອງການຮັບສະໝັກຊັບພະຍາກອນມະນຸດ, ຄວາມຮຽກຮ້ອງ, ມາດຕະຖານໃນແຕ່ລະຂົງເຂດ, ການເຄື່ອນໄຫວໜູນຊ່ວຍໃຫ້ຄຳປຶກສາ, ການບໍາລຸງກໍ່ສ້າງວຽກເຮັດງານທໍາໃຫ້ຜູ້ອອກແຮງງານແຂວງວິງລອງ ທີ່ຢາກເຂົ້າຮ່ວມລາຍການຮໍ່າຮຽນ ແລະເຮັດວຽກຢູ່ແຂວງ Niigata...

ໂດຍ: ໄຊນີດາ