leftcenterrightdel
ຫຸ້ມຫໍ່ເຂົ້າສານເພື່ອສົ່ງອອກ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການສົນທະນາ, ຫ້ອງການການຄ້າໄດ້ແບ່ງປັນຄວາມສໍາຄັນຂອງກະສິກໍາ ຕໍ່ກັບພື້ນຖານເສດຖະກິດຫວຽດນາມ ກໍ່ຄືຄວາມມານະພະຍາຍາມຂອງຫວຽດນາມ ທີ່ເຂົ້າຮ່ວມຕ່ອງໂສ້ສະໜອງກະສິກໍາທົ່ວໂລກ ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ.

ຕາມທ່ານນາງ ເຈິ່ນທູກວີ່ງ ທີ່ປຶກສາທູດການຄ້າ, ສະຖານທູດຫວຽດນາມ ແລ້ວ, ຫ້ອງການການຄ້າຫວຽດນາມ ໄດ້ດໍາເນີນການແນະນໍາໂຄງປະກອບປະເພດສິນຄ້າກະສິກໍາພາຍໃນປະເທດ ແລະຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງວິສາຫະກິດຂອງຫວຽດນາມ ກັບພາກພື້ນນີ້ໃນການຜະລິດ ແລະປຸງແຕ່ງຜະລິດຕະພັນກະເສດ.

ມີວິສາຫະກິດຂອງແຂວງ Alberta ແລະແຂວງ British Columbia ຈຳນວນໜຶ່ງ ພວມເຂົ້າຮ່ວມການຜະລິດຜະລິດຕະພັນຢູ່ຫວຽດນາມ ຫຼື ມີຄູ່ຮ່ວມມືຜະລິດຊິ້ນສ່ວນໃຫ້ເຄື່ອງໝາຍການຄ້າຂອງເຂົາເຈົ້າຢູ່ຫວຽດນາມ ທີ່ໄດ້ເຊື້ອເຊີນມາເຂົ້າຮ່ວມການສົນທະນາ ເພື່ອແນໃສ່ເປັນພາບປະກອບໃຫ້ບັນດາວິທີການເຊິ່ງບັນດາວິສາຫະກິດໃນຂົງເຂດປຸງແຕ່ງຜະລິດຕະພັນຂອງສອງປະເທດ ພວມຂຸດຄົ້ນຫຼັກການຕົ້ນກໍາເນີດຕາມສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP) ເພື່ອຜະລິດ ແລະສົ່ງອອກຢ່າງມີປະສິດທິຜົນ.

ຫ້ອງການການຄ້າ ພ້ອມກັບສະພາດໍາເນີນທຸລະກິດການາດາ-ອາຊຽນ ແລະຕາງໜ້າຫ້ອງການກໍາມະການການຄ້າການາດາ ຢູ່ພາກພື້ນ ໄດ້ເຂົ້າຮ່ວມຕອບກ່ຽວກັບກົນໄກເພື່ອໜູນຊ່ວຍໃຫ້ວິສາຫະກິດທີ່ຢາກເປີດກວ້າງການເຄື່ອນໄຫວອອກສູ່ຕ່າງປະເທດ.

Alberta ພວມມີຄວາມສົນໃຈທີ່ສຸດຕໍ່ໂອກາດເປີດກວ້າງຕະຫຼາດ ໄປຍັງພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ແລະຖືຫວຽດນາມ ແມ່ນປະຕູເພື່ອເຂົ້າພາກພື້ນນີ້.

ໃນຂອບເຂດການເຄື່ອນໄຫວເນື່ອງໃນໂອກາດງານບຸນ Stampede, ຫ້ອງການການຄ້າ ໄດ້ເຮັດວຽກກັບອົງການດຶງດູດການລົງທຶນຂອງແຂວງ Alberta ເພື່ອຊອກຮູ້ຮູບແບບຮຽກຮ້ອງການລົງທຶນຕ່າງປະເທດ ເຂົ້າ Alberta, ພິເສດໃນຂົງເຂດກະສິກໍາ ແລະພະລັງງານ.

ງານບຸນ Stampede ຖືວ່າແມ່ນເຫດການປະຈໍາປີທີ່ມີລັກສະນະມູນເຊື້ອວັດທະນະທໍາຂອງພາກຕາເວັນຕົກສ່ຽງເໜືອອາເມລິກາ, ມີປະຫວັດຄວາມເປັນມາແຕ່ປີ 1886 ຢູ່ນະຄອນ Calgary ຂອງ Alberta. ນີ້ແມ່ນງານບຸນຂອງຜູ້ທີ່ເຮັດກະສິກໍາ ຂຶ້ນກັບພາກພື້ນຕາເວັນຕົກການາດາ ແລະອາເມລິກາ.

ງານບຸນປີນີ້ດຶງດູດເອົາຜູ້ເຂົ້າຮ່ວມເຖິງ 1,5 ລ້ານຄົນ, ເປັນຂີດໝາຍແຫ່ງຄວາມມານະພະຍາຍາມຂອງແຂວງ Alberta ເພື່ອແນໃສ່ດຶງດູດແຮງງານກະສິກໍາ ກໍ່ຄືໂຄສະນາຜະລິດຕະພັນກະເສດໃນໂຄງປະກອບເສດຖະກິດຂອງທ້ອງຖິ່ນ.

ໂດຍ: ໄຊນີດາ