leftcenterrightdel
ທ່ານ ຟ້າມຫວຽດຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ໄທ ທີ່ການເຮັດວຽກກັບທ່ານເຈົ້າແຂວງ Chanthaburi - ທ້ອງຖິ່ນແຮກສ່ຽວກັບແຂວງກຽນຢາງຂອງຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດ ຟ້າມຫວຽດຮຸ່ງ ປາດຖະໜາວ່າ ບັນດາທ້ອງຖິ່ນຂອງສອງຝ່າຍຕັ້ງໜ້າຜັນຂະຫຍາຍການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ; ສົມທົບກັນຜັນຂະຫຍາຍຂໍ້ຕົກລົງ, ເອກະສານທີ່ໄດ້ລົງນາມແນໃສ່ຊຸກຍູ້ການເຄື່ອນໄຫວພົບປະແລກປ່ຽນ, ການຮ່ວມມືລົງທຶນ, ການຄ້າ ແລະການທ່ອງທ່ຽວໃຫ້ນັບມື້ນັບແທດຈິງ ແລະມີປະສິດທິຜົນ. ທ່ານເອກອັກຄະລັດຖະທູດ ຟ້າມຫວຽດຮຸ່ງ ຢັ້ງຢືນວ່າ ສະຖານທູດຫວຽດນາມ ປະຈຳ ໄທ ຍາມໃດກໍ່ພ້ອມແລ້ວທີ່ຈະໜູນຊ່ວຍ, ຮ່ວມເດີນທາງໃນການແລກປ່ຽນຄະນະຜູ້ແທນ, ພົບປະແລກປ່ຽນ, ເຊື່ອມຕໍ່ການຮ່ວມມືລະຫວ່າງທ້ອງຖິ່ນ ຫວຽດນາມ-ໄທ.

ແຂວງ Trat - ທ້ອງຖິ່ນແຮກສ່ຽວກັບແຂວງລອງອານ ແລະແຂວງກ່າເມົາຂອງຫວຽດນາມ, ທ່ານເຈົ້າແຂວງ Nattaphong Sanguanchi ຢັ້ງຢືນຢັນວ່າ ສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຮ່ວມມືພ້ອມກັນພັດທະນາ ແລະປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວກັບບັນດາແຂວງແຄມທະເລຂອງຫວຽດນາມ, ໃນນັ້ນມີການນໍາໃຊ້ທາງທະເລ.

leftcenterrightdel
ທ່ານ ຟ້າມຫວຽດຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ໄທ ແລະຄະນະປະຕິບັດງານ ສະຖານທູດຫວຽດນາມ ປະຈຳ ແຂວງ Chonburi - ທ້ອງຖິ່ນແຮກສ່ຽວກັບແຂວງດົ່ງນາຍຂອງຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການເຮັດວຽກກັບເຈົ້າແຂວງ Chanthaburi - ທ້ອງຖິ່ນແຮກສ່ຽວ ກັບແຂວງກຽນຢາງຂອງຫວຽດນາມ, ທ່ານ Monsit Phaisanthanawat ປາດຖະໜາວ່າໃນໄລຍະຈະມາເຖິງຈະສົມທົບກັບສະຖານທູດຫວຽດນາມ ແລະບັນດາທ້ອງຖິ່ນ, ອົງການທີ່ກ່ຽວຂ້ອງເພື່ອຜັນຂະຫຍາຍແຜນການດັ່ງກ່າວຖ້າເປັນໄປໄດ້ ແລະມີປະສິດທິພາບ.

ຢູ່ແຂວງ Chonburi - ທ້ອງຖິ່ນແຮກສ່ຽວ ກັບແຂວງດົ່ງນາຍຂອງຫວຽດນາມ, ທ່ານເຈົ້າແຂວງ Thawatchai Srithong ຫວັງວ່າ ສອງຝ່າຍຈະສົມທົບກັນເພື່ອດຶງດູດນັກທ່ອງທ່ຽວຂອງແຕ່ລະປະເທດໃນໄລຍະຈະມາເຖິງ. ພ້ອມທັງປາດຖະໜາຢາກເຊື່ອມຕໍ່ກັບບັນດາທ້ອງຖິ່ນທີ່ມີທ່າແຮງດ້ານອຸດສາຫະກຳ, ມີຄວາມສາມາດສະໜອງວັດຖຸ, ວັດສະດຸ, ສົມທົບກັນບຳລຸງກໍ່ສ້າງ ແລະພັດທະນາຊັບພະຍາກອນມະນຸດທີ່ມີສີມືດີ.

ໂດຍ: ເຈິ່ນຮວ່ຽນ