ທີ່ການຕ້ອນຮັບ, ທ່ານ ຫງວຽນດຶກຫ໋າຍ ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ສະເໜີວ່າ ໃນໄລຍະຈະມາເຖິງ, ສະພາດຳເນີນທຸລະກິດເອີລົບ - ອາຊຽນ, EuroCham ຫວຽດນາມ ແລະບັນດາວິສາຫະກິດ EU ຕ້ອງເພີ່ມທະວີການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ; ຊຸກຍູ້ລັດຖະສະພາບາງປະເທດສະມາຊິກ EU ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ (EVIPA) ໂດຍໄວ, ສະເໜີ EC ແກ້ໄຂບັດເຫຼືອງ IUU ຕໍ່ການສົ່ງອອກສິນທະເລຂອງຫວຽດນາມໂດຍໄວ. ທ່ານຮອງປະທານສະພາແຫ່ງຊາດ ເນັ້ນໜັກວ່າ ສະພາແຫ່ງຊາດຫວຽດນາມ ສະໜັບສະໜູນ, ພ້ອມແລ້ວທີ່ຈະສ້າງແລວນິຕິກຳຢ່າງສະດວກໃຫ້ແກ່ບັນດາການເຄື່ອນໄຫວລົງທຶນ, ຜະລິດ, ດຳເນີນທຸລະກິດຂອງປະຊາຊົນ ແລະປະຊາຄົມວິສາຫະກິດທັງຢູ່ພາຍໃນ ແລະຕ່າງປະເທດ, ໃນນັ້ນມີບັນດາວິສາຫະກິດເອີລົບ.

leftcenterrightdel
ທ່ານ ຫງວຽນດຶກຫ໋າຍ ຮອງປະທານສະພາແຫ່ງຊາດຫວຽດນາມ ພ້ອມດ້ວຍບັນດາຜູ້ແທນ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານ Jens Rubbert ເນັ້ນໜັກວ່າ ສະພາດຳເນີນທຸລະກິດເອີລົບ - ອາຊຽນ ແລະ EuroCham ຫວຽດນາມ ສະໜັບສະໜູນເລື່ອງລັດຖະສະພາບັນດາປະເທດສະມາຊິກ EU ໃຫ້ສັດຕະຍາບັນ EVIPA ໂດຍໄວ; ທ່ານປາດຖະໜາຢາກສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການ, ອົງການຂອງສະພາແຫ່ງຊາດ ແລະ ລັດຖະບານຫວຽດນາມ ເພື່ອແນໃສ່ຊຸກຍູ້ການຮ່ວມມືໃຫ້ຫຼາຍກ່ວາອີກໃນໄລຍະຈະມາເຖິງ.

ໂດຍ: ກວຽດເຕິມ