ຄະນະປະຕິບັດງານ ໄດ້ໄປສໍາຫຼວດຢູ່ສູນການຄ້າ, ຕະຫຼາດຂາຍສົ່ງ ແລະຮ້ານຂາຍຜະລິດຕະພັນຫັດຖະກຳຢູ່ນະຄອນຫຼວງວຽງຈັນ. ຢູ່ທີ່ນີ້, ບັນດາສະມາຊິກຄະນະປະຕິບັດງານໄດ້ຊອກຮູ້ວິທີຊື້-ຂາຍ ແລະແລກປ່ຽນສິນຄ້າຢູ່ລາວ; ຢ້ຽມຊົມຮ້ານຂາຍສິນຄ້າກະສິກຳ, ຫັດຖະກຳ, ການບໍລິການ... ພິຈາລະນາຄຸນນະພາບ, ການອອກແບບຂອງສິນຄ້າ ກໍ່ຄືຊອກຮູ້ຄວາມຕ້ອງການ ຂອງຜູ້ບໍລິໂພກ ແລະລົດຊາດຂອງຄົນລາວ.

ບັນດາສະມາຊິກໃນຄະນະໄດ້ຮັບຮູ້ວ່າ ຜະລິດຕະພັນຢູ່ທີ່ນີ້ມີຄຸນນະພາບ, ຄື: ກາເຟ, ໝາກພິກໄທ, ໝາກເຜັດ... ທີ່ມີລັກສະນະຄ້າຍຄືກັບແຂວງບິ່ງທ້ວນ. ເຖິງຢ່າງໃດກໍຕາມ, ຜະລິດຕະພັນຫວຽດນາມ ຢູ່ຕະຫຼາດລາວ ຍັງບໍ່ທັນມີຫຼາຍ. ສະນັ້ນ, ຄະນະປະຕິບັດງານຂອງແຂວງ ກໍ່ໄດ້ແນະນຳບັນດາຜະລິດຕະພັນອຸດສາຫະກຳ, ຊົນນະບົດດີເດັ່ນຂອງແຂວງບິ່ງທ້ວນ, ຄື: ຜະລິດຕະພັນປຸງແຕ່ງຈາກໝາກມັງກອນ; ຜະລິດຕະພັນກະສິກຳ, ປ່າໄມ້ ແລະຜະລິດຕະພັນ ຂອງຕ່ອງໂສ້ການສະໜອງທັນຍາຫານທີ່ປອດໄພ.

leftcenterrightdel
 
leftcenterrightdel
ຄະນະປະຕິບັດງານແຂວງບິ່ງທ້ວນ ໄປສຳຫຼວດ ແລະຊອກຮູ້ຕະຫຼາດຢູ່ລາວ. ພາບ: baobinhthuan.com.vn

ຜ່ານການສຳຫຼວດຄັ້ງນີ້, ຄະນະປະຕິບັດງານແຂວງບິ່ງທ້ວນ ຈະມີຂໍ້ມູນທີ່ເປັນປະໂຫຍດໃນການແລກປ່ຽນການຮ່ວມມືດຶງດູດການລົງທຶນ ກໍຄືປະຕິບັດຍຸດທະສາດພັດທະນາ, ເປີດກວ້າງຕະຫຼາດຈຳໜ່າຍ, ຍົກສູງມູນຄ່າຜະລິດຕະພັນ, ຊຸກຍູ້ການສົ່ງອອກໃນສະພາບການໃໝ່.

ໂດຍ: ທູຈາງ