leftcenterrightdel
ທ່ານ ຫງວຽນຮົ່ງລິງ ເລຂາຄະນະພັກແຂວງດົ່ງນາຍ ມອບຂອງຂວັນທີ່ລະນຶກໃຫ້ທ່ານ Chan Sorykan ຫົວໜ້າສະຖານກົງສູນໃຫຍ່ແຫ່ງລາຊະອານາຈັກກຳປູເຈຍ ປະຈຳ ນະຄອນໂຮ່ຈີມິນ. ພາບ: ຊົງທາວ

ແຕ່ປີ 2009 ມາຮອດປະຈຸບັນ, ແຂວງດົ່ງນາຍ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືກັບສອງແຂວງ Kampong Thom ແລະ Kampong Cham (ລາຊະອານາຈັກ ກໍາປູເຈຍ) ໃນຫຼາຍຂົງເຂດ. ປະຈຸບັນ, ແຂວງດົ່ງນາຍ ມີ 3 ວິສາຫະກິດລົງທຶນເຂົ້າ 5 ໂຄງການຢູ່ກໍາປູເຈຍ, ແຕ່ລະປີໄດ້ສະໜອງທຶນການສຶກສາ 10 ທຶນໃຫ້ແກ່ນັກສຶກສາກໍາປູເຈຍ ທີ່ພວມຮໍ່າຮຽນຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລໃນບໍລິເວນແຂວງ… ສອງຝ່າຍປາດຖະໜາຢາກເພີ່ມທະວີ, ຊຸກຍູ້ການຮ່ວມມື, ເຊື່ອມຕໍ່ການລົງທຶນ, ປະກອບສ່ວນເຂົ້າໃນການພັດທະນາລວມ, ພິເສດແມ່ນສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານທ້ອງຖິ່ນຢູ່ບັນດາແຂວງກໍາປູເຈຍ; ເພີ່ມທະວີການພົວພັນຮ່ວມມືລະຫວ່າງບັນດາທ້ອງຖິ່ນ ແລະວິສາຫະກິດກໍາປູເຈຍ ກັບແຂວງດົ່ງນາຍ ໃນໄລຍະຈະມາເຖິງ.

ໂດຍ: ເຈິ່ນຮວ່ຽນ