ນັບແຕ່ແຫ່ງວັນສ້າງຕັ້ງເປັນເວລາ 35 ປີ, ສະຖາບັນໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ບັນລຸໄດ້ບັນດາໝາກຜົນສຳຄັນ, ສຳເລັດທຸກໜ້າທີ່. ທ່ານພັນເອກ, ປອ ເຈິ່ນງອັກບິ່ງ, ຫົວໜ້າສະຖາບັນເຕັກນິກການທະຫານແບບອັດຕະໂນມັດແລກປ່ຽນກັບນັກຂ່າວໜັງສືພິມກອງທັບປະຊາຊົນ ກ່ຽວກັບບັນດາຜົນງານພົ້ນເດັ່ນ ແລະການກຳນົດທິດໜ້າທີ່ຈຸດສຸມຂອງສະຖາບັນ.

ນັກຂ່າວ: ຂໍຮຽນສະຫາຍ, ເມື່ອເວົ້າເຖິງສະຖາບັນເຕັກນິກການທະຫານແບບອັດຕະໂນມັດ, ອັນໃດທີ່ສະຫາຍປະທັບໃຈທີ່ສຸດ?

ທ່ານພັນເອກ, ປອ ເຈິ່ນງອັກບິ່ງ: ສິ່ງທີ່ຂ້າພະເຈົ້າປະທັບໃຈທີ່ສຸດແມ່ນໃນຕະຫຼອດ 35 ປີແຫ່ງວັນສ້າງສາ ແລະພັດທະນາ, ດ້ວຍຄວາມເມົ່າມົວຄົ້ນຄວ້າວິທະຍາສາດ, ອຸທິດສ່ວນ, ພະນັກງານຮຸ່ນຕ່າງໆຂອງສະຖາບັນຍາມໃດກໍ່ເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ, ຕັ້ງໜ້າຮ່ຳຮຽນ, ຄົ້ນຄວ້າ, ມີຄວາມສາມາດຮັບໂຄງການໃຫຍ່ລະດັບກະຊວງ, ລະດັບລັດ, ບາງສະຫາຍກາຍເປັນນັກຊ່ຽວຊານແຖວໜ້າໃນຂົງເຂດເຕັກໂນໂລຢີແບບອັດຕະໂນມັດ, ບັນດາໝາກຜົນຄົ້ນຄວ້າວິທະຍາສາດຂອງສະຖາບັນໄດ້ປະກອບສ່ວນຍົກສູງຄວາມສາມາດກຽມພ້ອມສູ້ຮົບກໍ່ຄືກຳລັງແຮງຕໍ່ສູ້ຂອງກອງທັບ.

leftcenterrightdel
ທ່ານພັນເອກ, ປອ ເຈິ່ນງອັກບິ່ງ. ພາບ: ຫວຽດຝູ

ນັບແຕ່ຊຸມວັນທຳອິດແຫ່ງການສ້າງຕັ້ງ, ສະຖາບັນເຕັກນິກການທະຫານແບບອັດຕະໂນມັດ ໄດ້ປົກປ້ອງຫົວຂໍ້ລະດັບຊາດປະສົບຜົນສຳເລັດ “ຮັບປະກັນວິທະຍາສາດເຕັກນິກແບບອັດຕະໂນມັດສຳລັບບັນດາເຕັກໂນໂລຢີນຳໃຊ້ອາຍແກສ ແລະການກັ່ນຕອງນ້ຳມັນ”. ຜູ້ຂຽນບົດສອງຄົນຍາດໄດ້ລາງວັນທີໜຶ່ງລາງວັນວິທະຍາສາດຊາວໜຸ່ມປີ 1992. ຜົນສຳເລັດນັ້ນໄດ້ລະດົມກຳລັງໃຈຖັນແຖວພະນັກງານວິທະຍາສາດຂອງສະຖາບັນ ສືບຕໍ່ຄົ້ນຄວ້າຢ່າງເມົາມົວ, ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ.

ພົ້ນເດັ່ນ, ຄືແຕ່ປີ 1996, ເພື່ອຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງສະພາບຕົວຈິງ, ສະຖາບັນເລິ່ມຜັນຂະຫຍາຍໜ້າທີ່ດັດແປງເຕັກນິກຂອງປືນໃຫຍ່ 37mm. ປີ 2012, ກຸ່ມກິດຈະການ “ຄົ້ນຄວ້າອອກແບບ, ຜະລິດລະບົບ SCADA” ແລະ“ສ້າງລະບົບປືນໃຫຍ່ 37mm” ຂອງສະຖາບັນໄດ້ມອບລາງວັນໂຮ່ຈີມິນ ກ່ຽວກັບວິທະຍາສາດ-ເຕັກໂນໂລຢີ. 5 ປີມໍ່ໆມານີ້, ສະຖາບັນໄດ້ປະຕິບັດຫຼາຍສີບໜ້າທີ່ປະສົບຜົນສຳເລັດ, ພົ້ນເດັ່ນ, ຄື: ບັນດາຫົວຂໍ້ລະດັບຊາດ: “ຄົ້ນຄວ້າ, ອອກແບບ, ປະດິດສ້າງລະບົບຍິ່ງລູກສອນໄຟ”... ຫຼາຍຜະລິດຕະພັນຂອງຫົວຂໍ້ໄດ້ປະເມີນ, ຜະລິດ... ດ້ວຍບັນດາຜົນງານທີ່ບັນລຸໄດ້, ສະຖາບັນໄດ້ພັກ, ລັດ, ກອງທັບມອບຫຼາຍລາງວັນອັນສູງສົ່ງ.

ນັກຂ່າວ: ອັນໃດແມ່ນສາຍເຫດທີ່ນຳເອົາບັນດາໝາຜົນພົ້ນເດັ່ນຂອງສະຖາບັນ, ຂໍຮຽນສະຫາຍ?

ທ່ານພັນເອກ, ປອ ເຈິ່ນງອັກບິ່ງ: ກ່ອນອື່ນໝົດ, ນັ້ນແມ່ນຄວາມສາມັກຄີ, ເຫັນດີເປັນເອກະພາບສູງໃນກົມກອງ, ຄວາມປະດິດຄິດສ້າງຢ່າງບໍ່ຢຸດຢັ້ງຂອງຖັນແຖວພະນັກງານຄົ້ນຄວ້າຕໍ່ກັບບັນດາມາດຕະການວິທະຍາສາດເຕັກໂນໂລຢີທີ່ເໝາະສົມກັບພື້ນຖານເຕັກໂນໂລຢີທີ່ມີຢູ່, ຄວາມຕັດສິນໃຈຜ່່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເພື່ອສຳເລັດໜ້າທີ່. ພ້ອມກັນນັ້ນແມ່ນວຽກງານກໍ່ສ້າງ ແລະພັດທະນາແຫຼ່ງກຳລັງ- ນີ້ແມ່ນສາຍເຫດຕົ້ນຕໍ, ຕິດພັນກັບການກຳນົດທິດຄົ້ນຄວ້າ ແລະກຳນົດທິດຜະລິດຕະພັນ.

ຄຽງຂ້າງກັນນັ້ນ, ສະຖາບັນຍັງເອົາໃຈໃສ່ກໍ່ສ້າງຖັນແຖວພະນັກງານຄົ້ນຄວ້າທັງມີຄວາມຮູ້ພື້ນຖານ, ທັງມີພຶດຕິກຳ, ມີຄວາມສາມາດພຽງພໍເພື່ອສຳເລັດໜ້າທີ່ໃໝ່, ຍາກ, ສົມທົບກັບການປັບປຸງຄວາມສາມາດຂອງວິທະຍາສາດ. ປະຈຸບັນ, ຖັນແຖວພະນັກງານວິທະຍາສາດຂອງສະຖາບັນລ້ວນແຕ່ໄດ້ຮັບການສຶກສາຢູ່ພາຍໃນປະເທດ ແລະຕ່າງປະເທດ, ອັດຕາສ່ວນຮຽນຈົບປະລິນຍາໂທແມ່ນ 69%...

ນັກຂ່າວ: ສະເໜີສະຫາຍໃຫ້ຮູ້ການກຳນົດທິດໜ້າທີ່ຈຸດສຸມຂອງສະຖາບັນໃນໄລຍະຈະມາເຖິງ?

ທ່ານພັນເອກ, ປອ ເຈິ່ນງອັກບິ່ງ: ໃນຊຸມປີຈະມາເຖິງ, ສະຖາບັນເຕັກນິກການທະຫານແບບອັດຕະໂນມັດ ສືບຕໍ່ກໍ່ສ້າງບັນດາການກຳນົດທິດເປົ້າໝາຍ, ໜ້າທີ່ຈຸດສຸມເໝາະສົມກັບຄວາມຮຽກຮ້ອງໜ້າທີ່ຂອງສະຖາບັນວິທະຍາສາດ ແລະເຕັກໂນໂລຢີການທະຫານ; ສືບຕໍ່ຍູ້ແຮງການຄົ້ນຄວ້າ, ປະດິດສ້າງໃໝ່ບັນດາລະບົບອາວຸດຍຸດໂທປະກອນ; ພ້ອມທັງຄົ້ນຄວ້າ, ຊ່ວຍຂຸດຄົ້ນ, ນຳໃຊ້ບັນດາອາວຸດຍຸດໂທປະກອນໃໝ່ ແລະທັນສະໄໝໃຫ້ມີປະສິດທິຜົນ.

ສຳລັບການຄົ້ນຄວ້າພື້ນຖານ, ສະຖາບັນຍູ້ແຮງການຄົ້ນຄວ້າໃນຂົງເຂດຫັນເປັນອັດຕະໂນມັດ, ບັນຊາອັດສະລິຍະ ແລະບັນດາຂົງເຂດກ່ຽວຂ້ອງ, ເປັນພື້ນຖານໃຫ້ການພັດທະນາເຕັກໂນໂລຢີໃໝ່ ເພື່ອແນໃສ່ຍົກສູງລະດັບວິທະຍາສາດເຕັກໂນໂລຢີຂອງຂະແໜງອັດຕະໂນມັດ; ຄົ້ນຄວ້າ, ພັດທະນາບັນດາມາດຕະການເຕັກໂນໂລຢີປະດິດສ້າງບັນດາລະບົບຄິດໄລ່, ບັນຊາໃນກຸ່ມອາວຸດທັນສະໄໝ; ຜັນຂະຫຍາຍບັນດາມາດຕະການໝູນໃຊ້ບັນດາຜົນງານວິທະຍາສາດເຕັກໂນໂລຢີເຂົ້າໃນຂົງເຂດການທະຫານ-ການປ້ອງກັນຊາດ; ເປັນເຈົ້າການ ແລະພັດທະນາບັນດາປະເພດອາວຸດເຕັກໂນໂລຢີສູງ, ອາວຸດອັດສະລິຍະ; ສຸມໃສ່ເຂົ້າບັນດາເຕັກໂນໂລຢີກ້າວໜ້າ.

ສຳລັບການຄົ້ນຄວ້າເຕັກໂນໂລຢີ, ສະຖາບັນສືບຕໍ່ໃກ້ຊິດຕິດແທດກັບຕົວຈິງເພື່ອຜັນຂະຫຍາຍບັນດາຫົວຂໍ້ວິທະຍາສາດ ເພື່ອຮັບປະກັນເຕັກນິກ, ພັດທະນາອາວຸດຍຸດໂທປະກອນ, ຍູ້ແຮງການຜັນຂະຫຍາຍການກຳນົດທິດ... ຕອບສະໜອງຄວາມຮຽກຮ້ອງຂອງໜ້າທີ່ຝຶກແອບ, ກຽມພ້ອມສູ້ຮົບຂອງກອງທັບ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ແສງເດືອນ