ທີ່ການຕ້ອນຮັບ, ທ່ານ ເຈິ່ນຈີ໊ເກື່ອງ ຮອງປະທານຄະນະກໍາມະການປະຊາຊົນນະຄອນດ່ານັ້ງ ໄດ້ຕີລາຄາສູງບົດບາດຂອງສະຖານທູດ ບຣາຊິນ ໃນການເປັນຂົວເຊື່ອມຕໍ່ສົ່ງເສີມ, ຜັນຂະຫຍາຍໂຄງການຮ່ວມມື ແລະປະກອບສ່ວນຊຸກຍູ້ການພົວພັນທາງການທູດລະຫວ່າງສອງປະເທດເວົ້າລວມ,  ລະຫວ່າງນະຄອນດ່ານັ້ງ ກັບບຣາຊິນ ເວົ້າສະເພາະນັບມື້ນັບພັດທະນາອັນດີງາມ. ພິເສດ, ສອງຝ່າຍໄດ້ສົ່ງເສີມ ແລະຈັດການແຂ່ງຂັນກິລາບານເຕະ ຫວຽດນາມ-ບຣາຊິນ ປີ 2024 ຢູ່ນະຄອນດ່ານັ້ງ (ແຕ່ວັນທີ 27-28 ເມສາ) ດ້ວຍຫຼາຍການເຄື່ອນໄຫວພົບປະແລກປ່ຽນທີ່ມີຄວາມໝາຍໃນຂອບເຂດສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ ແລະ 16 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ. ເຫດການນີ້ຈະປະກອບສ່ວນເພີ່ມທະວີການພົວພັນລະຫວ່າງສອງປະເທດ.

leftcenterrightdel
ທ່ານ ເຈິ່ນຈີ໊ເກື່ອງ ຮອງປະທານຄະນະກໍາມະການປະຊາຊົນນະຄອນດ່ານັ້ງ ຕ້ອນຮັບທ່ານ Marco Farani ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ບຣາຊິນ ປະຈຳ ຫວຽດນາມ ພ້ອມດ້ວຍນັກກິລາບານເຕະບຣາຊິນ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານຮອງປະທານຄະນະກໍາມະການປະຊາຊົນນະຄອນດ່ານັ້ງ ເຈິ່ນຈີ໊ເກື່ອງ ເນັ້ນໜັກວ່າ: “ປີ 2024 ແມ່ນປີສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ-ບຣາຊິນ. ນະຄອນດ່ານັ້ງ ຊົມເຊີຍຕໍ່ເລື່ອງສະຖານທູດ ບຣາຊິນ ປະຈໍາ ຫວຽດນາມ ຈັດຕັ້ງເຫດການແລກປ່ຽນວັດທະນະທໍາ, ກິລາ ໃນປີ 2024 ແລະໃນໄລຍະຈະມາເຖິງ. ຫວັງວ່າ ນັກກິລາບານເຕະບຣາຊິນ ຈະມີຄວາມເບີກບານມ່ວນຊື່ນຢູ່ນະຄອນ ແລະຈະເປັນທູດໂຄສະນາການທ່ອງທ່ຽວ ແລະວັດທະນະທໍາດ່ານັ້ງ ໃຫ້ແກ່ປະຊາຊົນບຣາຊິນ”.

ຕາມທ່ານເອກອັກຄະລັດຖະທູດ Marco Farani ແລ້ວ, ການແຂ່ງຂັນກິລາບານເຕະ ຫວຽດນາມ-ບຣາຊິນ ປີ 2024 ຢູ່ນະຄອນດ່ານັ້ງ ແມ່ນການເຄື່ອນໄຫວທີ່ຫຼາຍຄົນຄອຍຖ້າ, ປະກອບສ່ວນຮັດແໜ້ນການພົວພັນລະຫວ່າງສອງປະເທດ ແລະກັບນະຄອນ. ທ່ານ Marco Farani ຫວັງວ່າ ພາຍຫຼັງການແຂ່ງຂັນກິລາບານເຕະ ຫວຽດນາມ-ບຣາຊິນ ປີ 2024 ຈະສ້າງໂອກາດຫຼາຍຢ່າງໃຫ້ແກ່ນັກກິລາໜຸ່ມຂອງດ່ານັ້ງ ໄປພົບປະແລກປ່ຽນກ່ຽວກັບການແຂ່ງຂັນ ແລະຮໍ່າຮຽນຢູ່ ບຣາຊິນ.

ໂດຍ: ເຈິ່ນຮວ່ຽນ