leftcenterrightdel
ສອງຝ່າຍລົງນາມໃນຂໍ້ຕົກລົງຮ່ວມມືທີ່ນໍາໃຊ້ກາໝາຍສິນຄ້າສິນທະເລຈາກນອກແວ. ພາບ: vov.vn

ໃນຂອບເຂດການຮ່ວມມືດ້ານການຄ້າກ່ຽວກັບສິນໃນນໍ້າແບບຍືນຍົງລະຫວ່າງຫວຽດນາມ ແລະນອກແວ, ຕອນເຊົ້າວັນທີ 4 ມິຖຸນາ, ຢູ່ຮ່າໂນ້ຍ, ສະພາສິນທະເລນອກແວ ພ້ອມກັບກຸ່ມບໍລິສັດ Masan ແລະກຸ່ມບໍລິສັດ Golden Gate ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືນຳໃຊ້ກາໝາຍສິນຄ້າ “ສິນທະເລຈາກນອກແວ” (Seafood from Norway) ໃນຖົງຫຸ້ມຫໍ່ຜະລິດຕະພັນສິນທະເລທີ່ນຳເຂົ້າຈາກນອກແວ ໃນລະບົບຮ້ານສັບພະສິນຄ້າ WinMart ທົ່ວປະເທດ.

ທີ່ພິທີລົງນາມ, ທ່ານ Asbjorn Warvik Rortveit ຜູ້ອຳນວຍການສະພາປາແຊວມອນນອກແວ ອາຊີຕາເວັນອອກສ່ຽງໃຕ້, ໃຫ້ຮູ້ວ່າ ກຳລັງບົ່ມຊ້ອນກ່ຽວກັບບັນດາປະເພດສິນທະເລ, ສິນໃນນໍ້າເວົ້າລວມຢູ່ຕະຫຼາດຫວຽດນາມ ແມ່ນໃຫຍ່ຫຼວງທີ່ສຸດ, ໃນນັ້ນມີຜະລິດຕະພັນປາແຊວມອນນອກແວ. ສ່ວນທ່ານ ຫງວຽນຕຽນຢຸງ ຮອງຜູ້ອຳນວຍການໃຫຍ່ລະບົບຮ້ານສັບພະສິນຄ້າ WinMart ໃຫ້ຮູ້ວ່າ: “ຈຸດປະສົງຂອງວິສາຫະກິດແມ່ນຮັບໃຊ້ຜູ້ບໍລິໂພກຜະລິດຕະພັນທີ່ມີຄຸນນະພາບ, ຕອບສະໜອງຢ່າງຖືກຕ້ອງຕາມຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານ ແລະເປັນມິດກັບສິ່ງແວດລ້ອມຢ່າງເຂັ້ມງວດ. ພວກຂ້າພະເຈົ້າ ຈະໃຫ້ຄຳໝັ້ນສັນຍາບັນດາຜະລິດຕະພັນທີ່ມີຄຸນນະພາບ ແລະນໍາໃຊ້ບັນດາຜະລິດຕະພັນທີ່ມີຄຸນນະພາບດີທີ່ສຸດ, ຕອບສະໜອງບັນດາມາດຕະຖານສາກົນດ້ວຍລະດັບລາຄາເໝາະສົມ”.

ໂດຍ: ກວ໊ຽດເຕິມ