ວັນທີ 8 ມິຖຸນາ, ກະຊວງອຸດສາຫະກຳ ແລະການຄ້າລາວ, ຫ້ອງການຄ້າ ແລະອຸດສາຫະກຳລາວ ແລະບໍລິສັດຫຸ້ນສ່ວນລົງທຶນການຄ້າ ແລະພັດທະນາ ຫງວຽນອານ (NATRA) ຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືສາມຝ່າຍວ່າດ້ວຍການເປັນປະທານສົມທົບກັນຈັດຕັ້ງກອງປະຊຸມສຳມະນາ “ສົ່ງເສີມການນຳເຂົ້າ - ສົ່ງອອກຕິດພັນກັບການຫັນເປັນດີຈີຕອນ”.

leftcenterrightdel
ຜູ້ຕາງໜ້າກະຊວງອຸດສາຫະກຳ ແລະການຄ້າລາວ, ຫ້ອງການຄ້າ ແລະອຸດສາຫະກຳລາວ ແລະບໍລິສັດຫຸ້ນສ່ວນລົງທຶນການຄ້າ ແລະພັດທະນາ ຫງວຽນອານ (NATRA) ຫວຽດນາມ ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການເປັນປະທານຈັດຕັ້ງກອງປະຊຸມສໍາມະນາ “ສົ່ງເສີມການນຳເຂົ້າ - ສົ່ງອອກຕິດພັນກັບການຫັນປ່ຽນດີຈີຕອນ". ພາບ: tapchicongthuong.vn

ກອງປະຊຸມສໍາມະນາດັ່ງກ່າວຄາດວ່າຈະຈັດຂຶ້ນແຕ່ວັນທີ 28 ຫາວັນທີ 30 ມິຖຸນາ 2024 ຢູ່ນະຄອນຫຼວງວຽງຈັນ, ລາວ. ນີ້ແມ່ນເຫດການສຳຄັນໂດຍການນຳຂອງລາວ ຈັດຕັ້ງພາຍຫຼັງການຢ້ຽມຢາມນະຄອນຫຼວງວຽງຈັນ ຢ່າງເປັນທາງການຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ແລະລົງນາມໃນສັນຍາການຄ້າ ຫວຽດນາມ - ລາວ ສະບັບໃໝ່ໃນວັນທີ 8 ເມສາ 2024 ເພື່ອແນໃສ່ເພີ່ມທະວີການຮ່ວມມືມິດຕະພາບ ແລະການເຄື່ອນໄຫວການຄ້າສອງສົ້ນ ຫວຽດນາມ - ລາວ, ພ້ອມທັງຊຸກຍູ້ການຫັນເປັນດີຈີຕອນໃນການເຄື່ອນໄຫວນຳເຂົ້າ - ສົ່ງອອກລະຫວ່າງສອງປະເທດ.

ກອງປະຊຸມສໍາມະນາ “ສົ່ງເສີມການນຳເຂົ້າ - ສົ່ງອອກຕິດພັນກັບການຫັນເປັນດີຈີຕອນ” ຄາດວ່າຈະມີການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາກະຊວງ, ຂະແໜງການຂອງຫວຽດນາມ ແລະລາວ; ບັນດາຜູ້ຊ່ຽວຊານ, ນັກປາຖະກະຖາທີ່ມີອິດທິພົນຊື່ສຽງໃນຂົງເຂດການນຳເຂົ້າ-ສົ່ງອອກ ແລະການຫັນເປັນດີຈີຕອນ; ພິເສດແມ່ນການເຂົ້າຮ່ວມຂອງປະມານ 150 ວິສາຫະກິດຫວຽດນາມ ທີ່ມີຄວາມສົນໃຈ ແລະພວມມີການເຄື່ອນໄຫວນຳເຂົ້າ - ສົ່ງອອກກັບລາວ ພ້ອມກັບປະມານ 20 ວິສາຫະກິດຂອງລາວ.

ກ່າວຄຳເຫັນທີ່ພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຈັດຕັ້ງກອງປະຊຸມສໍາມະນາ, ຜູ້ຕາງໜ້າກະຊວງອຸດສາຫະກຳ ແລະການຄ້າລາວ ເນັ້ນໜັກເຖິງແຜນນະໂຍບາຍສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວດ້ານການຄ້າສາກົນລະຫວ່າງລາວ ແລະບັນດາປະເທດອື່ນໆ. ສະນັ້ນ, ການຮ່ວມມືກັບ NATRA ໃນຂົງເຂດຫັນເປັນດີຈີຕອນ ແລະເລື່ອງສົມທົບກັບຫ້ອງການຄ້າ ແລະອຸດສາຫະກຳລາວ ຈັດຕັ້ງກອງປະຊຸມສໍາມະນາບໍ່ພຽງແຕ່ແມ່ນການປະຕິບັດຄຳໝັ້ນສັນຍາໃນຂອບເຂດການຮ່ວມມືມິດຕະພາບສອງຝ່າຍ ຫວຽດນາມ - ລາວ ເທົ່ານັ້ນ, ຫາກຍັງ ຕິດແທດກັບແຜນນະໂຍບາຍພັດທະນາເສດຖະກິດຂອງກະຊວງອຸດສາຫະກຳ ແລະການຄ້າລາວ ອີກດ້ວຍ.

ໂດຍ: ຈາງຫງວຽນ