leftcenterrightdel
ທ່ານ ໂງມິງງວຽດ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາກຊັງຕິນ ທີ່ການເຮັດວຽກກັບທ່ານ Fernando Brugge ສະມາຊິກສະພາຕ່ຳອາກຊັງຕິນ. ພາບ: ສໍານັກຂ່າວສານຫວຽດນາມ

ນີ້ແມ່ນການຢ້ັງຢືນຂອງທ່ານ Fernando Brugge ສະມາຊິກສະພາຕ່ຳທີ່ຢູ່ການເຮັດວຽກກັບທ່ານ ໂງມິງງວຽດ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາກຊັງຕິນ ຫວ່າງມໍ່ໆມານີ້, ໃນນັ້ນ ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງອາກຊັງຕິນ ແລະຫວຽດນາມ.

ທີ່ການເຮັດວຽກ, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມຈໍາເປັນຂອງການແລກປ່ຽນວັດທະນະທໍາ, ການທ່ອງທ່ຽວເພື່ອໃຫ້ປະຊາຊົນສອງປະເທດເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືດ້ານການຄ້າ ແລະການລົງທຶນສອງຝ່າຍ. ບົນຈິດໃຈນັ້ນ, ທ່ານ Fernando Brugge ສະເໜີໃຫ້ຊຸກຍູ້ບັນດາການເຄື່ອນໄຫວໂຄສະນາຢ່າງແຂງແຮງເພື່ອໃຫ້ນັກທ່ອງທ່ຽວອາກຊັງຕິນ ມາຢ້ຽມຢາມ ແລະຊົມຄວາມງາມທໍໍາມະຊາດຂອງຫວຽດນາມ, ໃນຂະນະນັ້ນຝ່າຍ ອາກຊັງຕິນ ກໍ່ຕ້ອງສ້າງເງື່ອນໄຂສະດວກເພື່ອຕ້ອນຮັບແຂກທ່ອງທ່ຽວຫວຽດນາມ ທີ່ຢາກໄປສຶກສາຊອກຮູ້ກ່ຽວກັບ “ເຂດດິນແດນ Tango”.  

ສ່ວນທ່ານ ໂງມິງງວຽດ ກໍ່ໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງການແລກປ່ຽນການຄ້າລະຫວ່າງສອງປະເທດ, ພ້ອມທັງສະແດງຄວາມປາດຖະໜາຢາກໃຫ້ສອງຝ່າຍເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ, ຄື: ໂທລະຄົມມະນາຄົມ ແລະເຕັກໂນໂລຢີໝູນໃຊ້ປັນຍາປະດິດ. ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງຫວຽດນາມ ກັບບັນດາທ້ອງຖິ່ນຂອງອາກຊັງຕິນ, ພິເສດແມ່ນເຂດພາກກາງຂອງປະເທດນີ້, ລວມມີ Cordoba, Santa Fe ແລະ Entre Rios.

ທ່ານ ໂງມິງງວຽດ ຢັ້ງຢືນວ່າ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ເພື່ອໃຫ້ອໍານາດການປົກຄອງ ແລະປະຊາຄົມວິສາຫະກິດທ້ອງຖິ່ນຕ່າງໆຂອງອາກຊັງຕິນ ໄດ້ເຂົ້າເຖິງ ແລະຊອກຮູ້ໂອກາດການຮ່ວມມືກໍ່ຄືການເຊື່ອມຕໍ່ກັບບັນດາຄູ່ຮ່ວມມືຂອງຫວຽດນາມ.

ອາກຊັງຕິນ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງຫວຽດນາມ ຢູ່ພາກພື້ນທະວີບອາເມລິກາ. ໃນໄລຍະ 2007-2022, ການແລກປ່ຽນການຄ້າລະຫວ່າງຫວຽດນາມ-ອາກຊັງຕິນ ເພີ່ມຂຶ້ນເກືອບ 13 ເທົ່າ, ຈາກ 378 ລ້ານໂດລາສະຫະລັດ ຂຶ້ນເປັນ 4,88 ຕື້ໂດລາສະຫະລັດ, ນໍາເອົາອາກຊັງຕິນ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 5 ຂອງຫວຽດນາມ ຢູ່ທະວີບອາເມລິກາ ແລະກົງກັນຂ້າມ, ຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 6 ຂອງອາກຊັງຕິນ ໃນຂອບເຂດທົ່ວໂລກ, ປະເທດອາເມລິກາໃຕ້ ນີ້ແມ່ນໜຶ່ງໃນບັນດາປະເທດສະໜອງສາລີ ແລະຫົວອາຫານແຖວໜ້າໃຫ້ແກ່ຫວຽດນາມ.

ໂດຍ: ໄຊນີດາ