leftcenterrightdel
ທ່ານ ເຈິ່ນລືວກວາງ ຮອງນາຍົກລັດຖະມົນຕີຫວຽດນາມ  ຕ້ອນຮັບທ່ານ Carsten Rasmussen ຜູ້ອຳນວຍການປະຕິບັດງານຂອງກຸ່ມບໍລິສັດ LEGO ທີ່ພວມມີການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ. ພາບ: baochinhphu.vn

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ຢັ້ງຢືນວ່າ ລັດຖະບານຫວຽດນາມ ຖືເປັນສຳຄັນທີ່ສຸດ ແລະເອົາໃຈໃສ່ເປັນພິເສດເຖິງໂຄງການໂຮງງານ LEGO, ບໍ່ພຽງແຕ່ມີຈຳນວນເງິນລົງທຶນໃຫຍ່ເທົ່ານັ້ນ, ຫາກຍັງສອດຄ່ອງກັບທ່າອ່ຽງພັດທະນາລວມຂອງໂລກ ແລະແມ່ນໜຶ່ງໃນບັນດາມາດຕະການສຳຄັນເພື່ອໃຫ້ຫວຽດນາມ ຫັນຄຳໝັ້ນສັນຍາທີ່ COP26 ໃຫ້ປະກົດຜົນເປັນຈິງ. ຕາມທ່ານຮອງນາຍົກລັດຖະມົນຕີ ແລ້ວ, ການມີໜ້າຂອງໂຮງງານ LEGO ຢູ່ຫວຽດນາມ ຍັງແມ່ນຫຼັກຖານພະຍານທີ່ມີຊີວິດຊີວາໃຫ້ແກ່ການຫັນຄຳໝັ້ນສັນຍາຂອງການນຳຫວຽດນາມ ແລະແດນມາກ ກ່ຽວກັບການເພີ່ມທະວີການພົວພັນລົງທຶນ ແລະການຄ້າໃຫ້ປະກົດຜົນເປັນຈິງ. ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍ່ຫວັງວ່າ ທ່ານ Nicolai Prytz ເອກອັກຄະລັດຖະທູດແດນມາກ ປະຈໍາ ຫວຽດນາມ ແລະການນຳກຸ່ມບໍລິສັດ LEGO ສືບຕໍ່ດຶງດູດ ແລະຮຽກຮ້ອງບັນດາວິສາຫະກິດແດນມາກ ມາລົງທຶນ ແລະດໍາເນີນທຸລະກິດຢູ່ຫວຽດນາມ.

ສ່ວນທ່ານ Carsten Rasmussen ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ, ການໜູນຊ່ວຍຂອງລັດຖະບານຫວຽດນາມ, ບັນດາກະຊວງ, ຂະແໜງການ ແລະແຂວງບີ່ງເຢືອງ ໃຫ້ແກ່ກຸ່ມບໍລິສັດ LEGO ໃນການຜັນຂະຫຍາຍກໍ່ສ້າງໂຮງງານ LEGO ຢູ່ແຂວງບີ່ງເຢືອງ.

ໂດຍ: ເຈິ່ນຮວ່ຽນ