ຈຸດປະສົງຂອງກອງປະຊຸມແມ່ນເພື່ອແນໃສ່ເຊື່ອມຕໍ່, ແລກປ່ຽນບົດຮຽນ, ສະເໜີມາດຕະການການຮ່ວມມືພັດທະນາ, ກໍ່ສ້າງການທ່ອງທ່ຽວ, ການເຊື່ອມຕໍ່ພັດທະນາການທ່ອງທ່ຽວລະຫວ່າງແຂວງລາວກາຍ ເວົ້າລວມ, ເທດສະບານເມືອງຊາປາ ເວົ້າສະເພາະ ກັບທ້ອງຖິ່ນພາກຕາເວັນຕົກສ່ຽງໃຕ້ (ຈີນ) ແລະນະຄອນທ່ອງທ່ຽວຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້.

ກອງປະຊຸມສົ່ງເສີມການໂຄສະນາທ່ອງທ່ຽວສາກົນ ຢູ່ຊາປາ ມີການເຂົ້າຮ່ວມຂອງຜູ້ແທນ 150 ກວ່າຄົນ, ລວມມີ: ວິສາຫະກິດທ່ອງທ່ຽວທີ່ມາຈາກນະຄອນ Kunming, ເມືອງ Ping Bia Xian ແລະເມືອງ HeKou (ແຂວງຢຸນນານ, ຈີນ) ແລະນະຄອນຫຼວງວຽງຈັນ (ລາວ) ພ້ອມກັບບັນດາຜູ້ແທນພາຍໃນປະເທດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຟານດັງຕວ່ານ ເລຂາຄະນະພັກເທດສະບານເມືອງຊາປາ ຊີ້ແຈ້ງວ່າ ເພື່ອດຶງດູດການລົງທຶນໃນຂະແໜງທ່ອງທ່ຽວ, ໃນຊຸມປີຜ່ານມາ, ແຂວງລາວກາຍ ໄດ້ປະກາດໃຊ້ການກໍານົດທິດຢ່າງລະອຽດເພື່ອແນໃສ່ພັດທະນາເທດສະບານເມືອງຊາປາ ຮອດປີ 2030, ວິໄສທັດປີ 2050 ດ້ວຍຫຼາຍກົນໄກ, ນະໂຍບາຍເພື່ອດຶງດູດ, ສ້າງເງື່ອນໄຂໜູນຊ່ວຍນັກລົງທຶນ, ວິສາຫະກິດທີ່ເຄື່ອນໄຫວໃນຂົງເຂດດໍາເນີນທຸລະກິດການ ທ່ອງທ່ຽວ, ເປັນຕົ້ນແມ່ນໂຄງການທ່ອງທ່ຽວທີ່ມີເງິນລົງທຶນຂະໜາດໃຫຍ່.

ທີ່ກອງປະຊຸມ, ຄະນະຜູ້ແທນນະຄອນຫຼວງວຽງຈັນ (ລາວ), ຄະນະຜູ້ແທນສະມາຄົມວິສາຫະກິດຢຸນນານ, ຄະນະຜູ້ແທນການທ່ອງທ່ຽວນະຄອນ Kunming, ຄະນະຜູ້ແທນເມືອງ Ping Bia Xian ແລະເມືອງ HeKou (ຈີນ) ພ້ອມກັບສະມາຄົມການທ່ອງທ່ຽວແຂວງລາວກາຍ ໄດ້ພົບປະແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ນະໂຍບາຍດຶງດູດ, ພັດທະນາການທ່ອງທ່ຽວ, ສ້າງການພົວພັນຮ່ວມມື, ສະເໜີມາດຕະການຍູ້ແຮງການເຊື່ອມຕໍ່, ສົ່ງເສີມການພັດທະນາການທ່ອງທ່ຽວ; ຜ່ານນັ້ນສ້າງລະບົບມູນຄ່າຂອງຂະແໜງທ່ອງທ່ຽວ.

ໂດຍ: ເຈິ່ນຮວ່ຽນ