“ເປີດກວ້າງການພົວພັນຮ່ວມມືພັດທະນາອັນດີງາມລະຫວ່າງແຂວງລອງອານ ກັບບັນດາອົງການຈັດຕັ້ງ, ວິສາຫະກິດສ.ເກົາຫຼີ” ນີ້ແມ່ນຄຳຢັ້ງຢືນຂອງທ່ານ ຫງວຽນວັນອຸ໊ດ ຮອງປະທານຄະນະກໍາມະການປະຊາຊົນແຂວງລອງອານ, ພາຍຫຼັງການໄປປະຕິບັດງານ ແລະສົ່ງເສີມການລົງທຶນຢູ່ ສ.ເກົາຫຼີ (ແຕ່ວັນທີ 22-26 ເມສາ).

leftcenterrightdel
ທ່ານ ຫງວຽນວັນອຸ໊ດ ຮອງປະທານຄະນະກໍາມະການປະຊາຊົນແຂວງລອງອານ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ສະຖານທີ່ຕ່າງໆ, ຄະນະປະຕິບັດງານແຂວງລອງອານ ໄດ້ແນະນຳຄວາມສາມາດບົ່ມຊ້ອນ, ກໍານົດທິດພັດທະນາ, ຢັ້ງຢືນຄືນໃໝ່ວ່າ ແຂວງເປັນສະຖານທີ່ມີກາລະໂອກາດລົງທຶນຫຼາຍໃຫ້ແກ່ວິສາຫະກິດສ.ເກົາຫຼີ; ສືບຕໍ່ເຊື່ອມຕໍ່ເຂດອຸດສາຫະກໍາຂອງແຂວງລອງອານ ກັບນັກລົງທຶນສ.ເກົາຫຼີ ໃນຫຼາຍຂົງເຂດ, ເປັນຕົ້ນແມ່ນເຕັກໂນໂລຢີສູງ, ການປ່ຽນແປງໃໝ່ປະດິດສ້າງ, ພະລັງງານທົດແທນ,  logistics. ນີ້ກໍ່ແມ່ນໂອກາດເພື່ອໃຫ້ແຂວງລອງອານ ເຊື່ອມຕໍ່ກັບຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນກ່ຽວກັບການພັດທະນາພື້ນຖານໂຄງລ່າງ, ຮໍ່າຮຽນບັນດາຮູບແບບທີ່ກ້າວໜ້າ ແລະດຶງດູດແຫຼ່ງລົງທຶນທີ່ມີຄຸນນະພາບສູງ.

leftcenterrightdel
ລົງນາມ ແລະມອບຂໍ້ຕົກລົງຮ່ວມມືດ້ານການລົງທຶນລະຫວ່າງວິສາຫະກິດ ສ.ເກົາຫຼີ-ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ການນຳທ້ອງຖິ່ນ ແລະວິສາຫະກິດສ.ເກົາຫຼີ ໄດ້ສະແດງຄວາມປາດຖະໜາຢາກຮ່ວມມືຮອບດ້ານກັບນະຄອນໃຈກາງຂອງແຂວງລອງອານ ກ່ຽວກັບການພັດທະນາເສດຖະກິດ, ການຮ່ວມມືໃນຂົງເຂດການຫັນປ່ຽນດີຈີຕອນ... ໃນໄລຍະຈະມາເຖິງ.

ປະຈຸບັນ ສ.ເກົາຫຼີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືໃຫຍ່ຂອງແຂວງລອງອານ, ຢືນອັນດັບທີ 3 ໃນຈຳນວນ 40 ປະເທດ ແລະເຂດແຄ້ວນ ດ້ວຍທຶນຈົດທະບຽນທັງໝົດກວ່າ 975 ລ້ານໂດລາສະຫະລັດ ແລະ 208 ໂຄງການ. ໄຕມາດທີ 1 ປີ 2024, ແຂວງໄດ້ຮັບ 6 ໂຄງການດ້ວຍເງິນລົງທຶນທັງໝົດກວ່າ 26,4 ລ້ານໂດລາສະຫະລັດ.

ໂດຍ: ເຈິ່ນຮວ່ຽນ