ດໍາເນີນຕາມຮູບການໂດຍກົງ ແລະອອນລາຍ, ກອງປະຊຸມສໍາມະນາມີການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ສະຖານບັນຄົ້ນຄວ້າ, ສະມາຄົມວິສາຫະກິດຂອງສອງປະເທດ. ບັນດາຄວາມເຫັນທີ່ກອງປະຊຸມສໍາມະນາໄດ້ຢັ້ງຢືນວ່າ ຫວຽດນາມ ແລະລັດເຊຍ ລ້ວນແຕ່ວາງເປົ້າໝາຍນໍາເສດຖະກິດດີຈີຕອນກາຍເປັນກຳລັງໜູນເຕີບໂຕຕົ້ນຕໍໃນໄລຍະຈະມາເຖິງ.

ສິ່ງດັ່ງກ່າວເປີດກາລະໂອກາດໃຫຍ່ໃຫ້ການຮ່ວມມືລະຫວ່າງສອງປະເທດເວົ້າລວມ ແລະບັນດາວິສາຫະກິດສອງປະເທດເວົ້າສະເພາະ. ປະຈຸບັນມີຫຼາຍໂຄງການຮ່ວມມືດ້ານເສດຖະກິດດີຈີຕອນ ພວມໄດ້ຮັບການຜັນຂະຫຍາຍລະຫວ່າງສອງປະເທດຄື ໃນຂົງເຂດຄວາມໝັ້ນຄົງທາງອິນເຕີແນັດ, ນະຄອນອັດສະລິຍະ, ການຫັນປ່ຽນທະນາຄານດີຈີຕອນ...

leftcenterrightdel
ຄະນະການນຳສະຖານທູດຫວຽດນາມ ປະຈໍາ ລັດເຊຍ ທີ່ກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ກອງປະຊຸມສໍາມະນາ, ທ່ານ ເຢືອງຮວ່າງມີງ ທີ່ປຶກສາການຄ້າຫວຽດນາມ ປະຈໍາ ລັດເຊຍ ໃຫ້ຂໍ້ສັງເກດວ່າ: “ໃນຊຸມປີມໍ່ໆມານີ້, ເສດຖະກິດດີຈີຕອນຢູ່ຫວຽດນາມ ແລະລັດເຊຍ ໄດ້ພັດທະນາຢ່າງແຮງ, ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງສອງປະເທດຍັງມີຫຼາຍຢູ່. ຢູ່ສະຖານທູດລັດເຊຍ ປະຈໍາ ຫວຽດນາມ ຫາກໍ່ມີທີ່ປຶກສາດີຈີຕອນ, ແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດທີ່ກ່ຽວຂ້ອງເຖິງຜະລິດຕະພັນດີຈີຕອນ. ສອງປະເທດໄດ້ມີພື້ນຖານນິຕິກຳ, ສ້າງເງື່ອນໄຂສະດວກເພື່ອພັດທະນາເສດຖະກິດດີຈີຕອນໃນໄລຍະຈະມາເຖິງ".

ທີ່ຫວຽດນາມ, ອັດຕາສ່ວນເສດຖະກິດດີຈີຕອນໃນ GDP ປີ 2023 ບັນລຸກວ່າ 16%, ການພັດທະນາເສດຖະກິດດີຈີຕອນຈະບັນລຸລະດັບສະເລ່ຍ 20%/ປີ, ທົບ 3 ເທົ່າເມື່ອທຽບໃສ່ລະດັບເຕີບໂຕ GDP. ພື້ນຖານເສດຖະກິດດີຈີຕອນຂອງຫວຽດນາມ ໃນປີ 2023 ບັນລຸ 30 ຕື້ໂດລາສະຫະລັດ, ຢືນອັນດັບທີ 3 ຢູ່ອາຊີຕາເວັນອອກສ່ຽງໃຕ້.

ໂດຍ: ເຈິ່ນຮວ່ຽນ