leftcenterrightdel
ທ່ານ ດວ່ານມີງຮ໊ວນ ເລຂາພັກແຂວງນີງບີ່ງ ແລະທ່ານນາງ Márta Mátrai ຮອງປະທານສະພາແຫ່ງຊາດ ຮຸງກາຣີ ຜູ້ທີໜຶ່ງ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການເຮັດວຽກ, ທ່ານ ດວ່ານມີງຮ໊ວນ, ກໍາມະການສູນກາງພັກ, ເລຂາພັກແຂວງນີງບີ່ງ ໄດ້ເນັ້ນໜັກເຖິງສາຍພົວພັນອັນດີງາມລະຫວ່າງສອງປະເທດ ຫວຽດນາມ-ຮຸງກາຣີ, ພ້ອມທັງ ຖືວ່າ ການຢ້ຽມຢາມຂອງຄະນະປະຕິບັດງານຈະສືບຕໍ່ຊຸກຍູ້ການທູດລັດຖະສະພາລະຫວ່າງສອງປະເທດ - ໜຶ່ງໃນບັນດາວິທີການທູດສຳຄັນຂອງຫວຽດນາມ ໃນປະຈຸບັນ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ແຂວງນີງບີ່ງ ຊຸກຍູ້ການພົວພັນກັບນະຄອນ Balatonfured ຂອງ ຮຸງກາຣີ.

ທ່ານເລຂາພັກແຂວງນີງບີ່ງ ໃຫ້ຮູ້ວ່າ ນະຄອນນີງບີ່ງ ປາດຖະໜາຢາກຮ່ວມມືດ້ານການທ່ອງທ່ຽວ; ດຶງດູດການລົງທຶນ, ບໍາລຸງສ້າງ ແລະພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ແບ່ງປັນບົດຮຽນໃນການພັດທະນາການທ່ອງທ່ຽວ, ອະນຸລັກຮັກສາວັດທະນະທໍາ; ແບ່ງປັນບົດຮຽນໃນຂົງເຂດສ້າງກົດໝາຍສໍາລັບການອະນຸລັກຮັກສາມໍລະດົກ, ພິເສດແມ່ນກົດໝາຍສະເພາະໃຫ້ຕົວເມືອງທີ່ມີມໍລະດົກ.

leftcenterrightdel
ຄະນະປະຕິບັດງານຖ່າຍຮູບເປັນທີ່ລະນຶກຢູ່ສໍານັກງານຄະນະພັກແຂວງນີງບີ່ງ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານນາງ Márta Mátrai ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບຂອງການນຳແຂວງນີງບີ່ງ; ພ້ອມທັງໃຫ້ຮູ້ວ່າ ປີ 2025 ຈະເປັນປີສ້າງຂີດໝາຍສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ. ສະພາແຫ່ງຊາດສອງປະເທດໄດ້ມີການແລກປ່ຽນຄະນະຜູ້ແທນຂັ້ນສູງຫຼາຍຄັ້ງ, ປຶກສາຫາລືຫຼາຍບັນຫາສຳຄັນກ່ຽວກັບການສ້າງກົດໝາຍ, ການທູດ, ການພັດທະນາເສດຖະກິດ, ການປົກປັກຮັກສາສິ່ງແວດລ້ອມ... ທ່ານນາງ Márta Mátrai ໄດ້ຕີລາຄາສູງຕໍ່ຂໍ້ສະເໜີຂອງແຂວງນີງບີ່ງ ຕໍ່ກັບ ຮຸງກາຣີ ໃນຂົງເຂດ: ດຶງດູດການລົງທຶນ, ນິຕິບັນຍັດ... ໃນຂົງເຂດການຮ່ວມມືດ້ານການສຶກສາ-ກໍ່ສ້າງ, ຫວຽດນາມ ໄດ້ສົ່ງນັກສຶກສາໄປຮໍ່າຮຽນຢູ່ ຮຸງກາຣີ ເປັນປະຈຳ ປະມານ 200 ຄົນ/ປີ.

ໂດຍ: ເຈິ່ນຮວ່ຽນ