ໄມ້ງັດຍົກຂະໜາດວົງເງິນການຄ້າຂຶ້ນຕື່ມ

ສອງປະເທດຫວຽດນາມ ແລະລາວ ມີເສັ້ນຊາຍແດນຕິດຈອດກັນຍາວ 2.337 ກິໂລແມັດ, ມີດ່ານສາກົນ 9 ຄູ່, ດ່ານຊາຍແດນສອງຝ່າຍ 6 ຄູ່ ແລະດ່ານຊາຍແດນປະເພນີ 18 ຄູ່. ເຖິງວ່າເປັນປະເທດນ້ອຍທີ່ມີພົນລະເມືອງປະມານ 7 ລ້ານຄົນກໍ່ຕາມ, ແຕ່ ລາວ ມີບົດບາດສຳຄັນພິເສດໃນການພົວພັນດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບກັບຫວຽດນາມ, ໃນນັ້ນບັນດາການເຄື່ອນໄຫວດ້ານການຄ້າຊາຍແດນຈຶ່ງມີບົດບາດສຳຄັນໃນການຮ່ວມມືດ້ານການຄ້າລະຫວ່າງສອງປະເທດ, ເຊິ່ງກວມເອົາ 90% ຍອດວົງເງິນການຄ້າສອງຝ່າຍ.

ຫ້ອງການການຄ້າຫວຽດນາມ ປະຈຳ ລາວ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ການພົວພັນດ້ານການຄ້າຊາຍແດນລະຫວ່າງ 2 ປະເທດບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ, ພິເສດແມ່ນການໝູນໃຊ້ບຸລິມະສິດຈາກສັນຍາການຄ້າສອງຝ່າຍ (ໄດ້ລົງນາມໃນວັນທີ 3 ມີນາ 2015 ຢູ່ຮ່າໂນ້ຍ, ຫວຽດນາມ) ແລະສູງກວ່ານັ້ນແມ່ນກົນໄກບຸລິມະສິດສະເພາະໃນສັນຍາການຄ້າຊາຍແດນຫວຽດນາມ - ລາວ (ໄດ້ລົງນາມໃນວັນທີ 27 ມິຖຸນາ 2015).

leftcenterrightdel
ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ແລະທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າລາວ ລົງນາມໃນສັນຍາການຄ້າຫວຽດນາມ - ລາວ ສະບັບໃໝ່. ພາບ: congthuong.vn

ພິເສດໄປກວ່ານັ້ນຕື່ມອີກ ແມ່ນເພື່ອໃຫ້ເໝາະສົມກັບສະພາບການພັດທະນາໃໝ່, ລັດຖະບານສອງປະເທດໄດ້ມອບໝາຍໃຫ້ສອງຂະແໜງອຸດສາຫະກຳ-ການຄ້າເຈລະຈາ, ປັບປຸງ, ເພີ່ມເຕີມສ້າງສັນຍາການຄ້າສະບັບໃໝ່. ພາຍຫຼັງດຳເນີນການເຈລະຈາເປັນເວລາ 3 ປີ, ສັນຍາການຄ້າຫວຽດນາມ - ລາວ ສະບັບໃໝ່ໄດ້ຮັບການລົງນາມໂດຍລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ 2 ປະເທດໃນວັນທີ 8 ເມສາ 2024 ຜ່ານມາໃນການຢ້ຽມຢາມ, ເຮັດວຽກຢູ່ລາວ ຂອງທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ພ້ອມດ້ວຍຄະນະຜູ້ແທນກະຊວງອຸດສາຫະກຳ ແລະການຄ້າ ແຕ່ວັນທີ 6 – 8 ເມສາ 2024.

ກໍ່ຕາມຂໍ້ມູນຈາກຫ້ອງການການຄ້າແລ້ວ, ເພື່ອຍູ້ແຮງການຮ່ວມມືດ້ານການຄ້າລະຫວ່າງສອງປະເທດ ຫວຽດນາມ - ລາວ, ຫວ່າງມໍ່ໆມານີ້, ຫ້ອງການການຄ້າຫວຽດນາມ ປະຈຳລາວ ໄດ້ສົມທົບກັບກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ) ຍູ້ແຮງບັນດາໂຄງການສົ່ງເສີມການຄ້າປະຈຳໄລຍະໃນແຕ່ລະປີ ເພື່ອແນໃສ່ສ້າງກາລະໂອກາດເຊື່ອມຕໍ່ການຄ້າລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ. ພົ້ນເດັ່ນແມ່ນ ງານຕະຫຼາດສິນຄ້າຫວຽດນາມ - ລາວ   Expo ໄດ້ຈັດຂຶ້ນໃນໄຕມາດ 3 ຂອງທຸກໆປີ, ນີ້ແມ່ນໂຄງການສົ່ງເສີມການຄ້າລະດັບຊາດທີ່ສຳຄັນ ເພື່ອເຊື່ອມຕໍ່ການຄ້າ, ຊ່ວຍໃຫ້ປະຊາຄົມວິສາຫະກິດຂອງສອງປະເທດມີກາລະໂອກາດພົບປະແລກປ່ຽນ ແລະລົງນາມໃນສັນຍາການຮ່ວມມືດໍາເນີນທຸລະກິດຫຼາຍສະບັບ.

ປີ 2024, ງານຕະຫຼາດນັດການຄ້າຫວຽດນາມ - ລາວ Expo ຈະໄດ້ຈັດຂຶ້ນໃນເດືອນ ກໍລະກົດ 2024 ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ. ງານຕະຫຼາດນັດຄາດວ່າຈະເຕົ້າໂຮມຮ້ານວາງສະແດງທີ່ໄດ້ມາດຕະຖານປະມານ 200 ຮ້ານ, ໃນນັ້ນມີປະມານ 100 ຮ້ານແມ່ນຂອງວິສາຫະກິດ ຫວຽດນາມ ທີ່ມາຈາກບັນດາຂະແໜງການ ຄື: ຜະລິດຕະພັນກະເສດ, ສິນໃນນ້ຳ ແລະອາຫານປຸງແຕ່ງ; ເຄື່ອງຕ່ຳແຜ່ນຕັດຫຍິບ-ແຟຊັ່ນ;...

leftcenterrightdel
ຜູ້ຕາງໜ້າວິສາຫະກິດ ແນະນຳຜະລິດຕະພັນເຂົ້າສານຫວຽດນາມ ທີ່ງານຕະຫຼາດນັດ. ພາບ: congthuong.vn

ຫ້ອງການການຄ້າຫວຽດນາມ ປະຈຳລາວ ເນັ້ນໜັກວ່າ ບັນດານະໂຍບາຍບຸລິມະສິດໄດ້ສ້າງຊ່ອງຫວ່າງທີ່ກວ້າງໃຫຍ່ໃຫ້ແກ່ການພັດທະນາເສດຖະກິດ, ການຄ້າ. ໄລຍະ 2010-2023, ການຮ່ວມມືດ້ານການຄ້າລະຫວ່າງຫວຽດນາມ ແລະລາວ ໄດ້ມີບາດກ້າວພັດທະນາຢ່າງກະໂດດຂັ້ນ, ຫວຽດນາມ ຍາມໃດກໍ່ຢືນໃນ ທອັບອັນດັບ 3 ຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງລາວ ດ້ວຍວົງເງິນການຄ້າ ບັນລຸ 1 ຕື້ໂດລາສະຫະລັດ/ປີ ແລະຮັກສາຄ່າສະເລ່ຍໃນລະດັບ 1,084 ຕື້ໂດລາສະຫະລັດ/ປີ, ລະດັບການເຕີບໂຕ ສະເລ່ຍ 12%/ປີ. ໃນປີ 2023, ການຄ້າ 2 ປະເທດບັນລຸ 1,7 ຕື້ໂດລາສະຫະລັດ ແລະ 2 ເດືອນຕົ້ນປີ 2024, ການຄ້າ 2 ປະເທດບັນລຸ 277 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 13,3% ເມື່ອທຽບໃສ່ໄລຍະດຽວກັນໃນປີ 2023. ສອງປະເທດສູ້ຊົນໃຫ້ວົງເງິນການຄ້າບັນລຸ 2 ຕື້ໂດລາສະຫະລັດໃນປີ 2025.

ຫຼຸດຜ່ອນຄ່າຂົນສົ່ງໂລຈິດຕິກ, ຊຸກຍູ້ການສົ່ງອອກ

ເຖິງວ່າບັນລຸໄດ້ຫຼາຍໝາກຜົນອັນຕັ້ງໜ້າໃນການຮ່ວມມືດ້ານການຄ້າ ແລະການລົງທຶນກໍ່ຕາມ, ແຕ່ຫ້ອງການການຄ້າຫວຽດນາມ ປະຈຳລາວ ໄດ້ຮັບຮູ້ຢ່າງກົງໄປກົງມາວ່າ: ຂະໜາດການຄ້າ 2 ປະເທດ ຍັງຈຳກັດຢູ່ ແລະຍັງບໍ່ທັນສົມກັບການພົວພັນແບບພິເສດຂອງ 2 ປະເທດ. ວົງເງິນການຄ້າລະຫວ່າງສອງປະເທດຫວຽດນາມ ແລະລາວ ກວມເອົາປະມານ 10% ຍອດມູນຄ່າການນຳເຂົ້າ - ສົ່ງອອກສິນຄ້າຂອງລາວກັບໂລກ ແລະກວມເອົາພຽງແຕ່  0,2% ດ້ານການຄ້າຂອງຫວຽດນາມ ກັບໂລກ.

leftcenterrightdel
ພາບປະກອບ: congthuong.vn

ໃນອະນາຄົດ, ເພື່ອແນໃສ່ຮັດແໜ້ນການພົວພັນຮ່ວມມືດ້ານການຄ້າ, ອຸດສາຫະກຳ ແລະພະລັງງານລະຫວ່າງຫວຽດນາມ - ລາວ, ຫ້ອງການການຄ້າຫວຽດນາມ ປະຈຳລາວ ໄດ້ສະເໜີແນະໃຫ້ລັດຖະບານຂອງສອງປະເທດພິຈາລະນາ ແລະປະຕິບັດການສ້າງທາງດ່ວນຮ່າໂນ້ຍ - ວຽງຈັນ  ແລະຍົກລະດັບທາງຫຼວງເລກ 8 ແລະທາງລົດໄຟວູງອ໊າງ-ວຽງຈັນ ໃຫ້ປະກົດຜົນເປັນຈິງໂດຍໄວ ເພື່ອແກ້ໄຂທາງແຍກ, ຈຸດຕັດກັນ, ຫຼຸດຄ່າຂົນສົ່ງ, ເພີ່ມລັກສະນະຄວາມສາມາດແກ່ງແຍ້ງໃຫ້ສິນຄ້າຫວຽດນາມ ຢູ່ລາວ.

ພ້ອມກັນນັ້ນ, ຫ້ອງການການຄ້າກໍ່ສະເໜີໃຫ້ລັດຖະບານສອງປະເທດມີນະໂຍບາຍສົ່ງເສີມບັນດາວິສາຫະກິດຫວຽດນາມ ລົງທຶນສ້າງລະບົບກະຈາຍສິນຄ້າຢູ່ບັນດາແຂວງ, ນະຄອນຂອງລາວ; ຊຸກຍູ້ການເຄື່ອນໄຫວດ້ານການຄ້າຊາຍແດນ ຫວຽດນາມ - ລາວ, ລົງທຶນກໍ່ສ້າງຕະຫຼາດຊາຍແດນ, ສູນການຄ້າ,...

ນອກຈາກນັ້ນ, ແມ່ນເພີ່ມທະວີການສົມທົບກັນຈັດຕັ້ງໂຄງການສົ່ງເສີມການຄ້າ, ບໍ່ພຽງແຕ່ຢູ່ນະຄອນຫຼວງວຽງຈັນ ເທົ່ານັ້ນ ຫາກຍັງເປີດກວ້າງໄປສູ່ບັນດາແຂວງ, ນະຄອນ ອ້ອມຂ້າງອີກດ້ວຍ.

ໃນການພົບປະເຈລະຈາລະຫວ່າງທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ກັບ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າລາວ ທີ່ຈັດຂຶ້ນໃນວັນທີ 8 ເມສາ 2024 ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ ຜ່ານມາ, ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະສັນໂດຍຖືວ່າ ເພື່ອຊຸກຍູ້ການສົ່ງອອກສິນຄ້າ ແລະການເພີ່ມປະລິມານວົງເງິນການຄ້າແມ່ນອີງໃສ່ເລື່ອງທີ່ປະຊາຄົມວິສາຫະກິດສອງປະເທດປະຕິບັດບັນດາຄຳໝັ້ນສັນຍາຮ່ວມມືດ້ານການຄ້າລະຫວ່າງຫວຽດນາມ - ລາວ ຢ່າງມີປະສິດທິຜົນ. ບົນພື້ນຖານນັ້ນ, 2 ຝ່າຍກໍ່ເຫັນດີເປັນເອກະພາບຍູ້ແຮງການຈັດຕັ້ງການເຄື່ອນໄຫວການຄ້າ ແລະການເຊື່ອມຕໍ່ວິສາຫະກິດຂອງ 2 ປະເທດ ຄື: ເວທີປາໄສວິສາຫະກິດ, ກອງປະຊຸມເຊື່ອມຕໍ່ການຄ້າ, ...

ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະສັນກັນວ່າ ການຄ້າຊາຍແດນມີບົດບາດສຳຄັນທີ່ສຸດຕໍ່ການຄ້າລະຫວ່າງສອງປະເທດ. ປະຈຸບັນ, ວົງເງິນການຄ້າຊາຍແດນລະຫວ່າງຫວຽດນາມ ແລະລາວ ກວມເອົາຫຼາຍກວ່າ 90% ຂອງຍອດວົງເງິນການຄ້າສອງປະເທດ.

ເພື່ອສືບຕໍ່ຍູ້ແຮງການເຄື່ອນໄຫວດ້ານການຄ້າຊາຍແດນຫວຽດນາມ - ລາວ ໃນໄລຍະຈະມາເຖິງ, 2 ຝ່າຍຄວນຜັນຂະຫຍາຍບົດບັນທຶກຊ່ວຍຈໍາ ວ່າດ້ວຍການພັດທະນາ ແລະເຊື່ອມຕໍ່ພື້ນຖານໂຄງລ່າງດ້ານການຄ້າຊາຍແດນຫວຽດນາມ - ລາວ ຢ່າງມີປະສິດທິຜົນ (ລົງນາມໃນເດືອນມັງກອນ 2024); ຂຸດຄົ້ນ ແລະຍາດແຍ່ງບຸລິມະສິດຈາກສັນຍາການຄ້າຊາຍແດນ ຫວຽດນາມ - ລາວ ສະບັບໃໝ່.

ໂດຍ: ທະນາພອນ