ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນສອງປະເທດຫວຽດນາມ-ຈີນ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ ຈີນ ໃນລະຫວ່າງວັນທີ 25-29 ກັນຍາ, ຕອນບ່າຍວັນທີ 25 ກັນຍາ ຢູ່ນະຄອນກວາງຕຸງ, ເມືອງເອກແຂວງກວາງຕຸງ, ສະຫາຍ ດິງຕ໊ຽນຢຸງ, ກຳມະການກົມການເມືອງ, ເລຂາພັກນະຄອນຮ່າໂນ້ຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງນະຄອນຮ່າໂນ້ຍ ມີການພົບປະກັບສະຫາຍ Huang Kunming, ກຳມະການກົມການເມືອງຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ເລຂາພັກແຂວງກວາງຕຸງ.
ທີ່ການພົບປະ, ທ່ານ ດິງຕ໊ຽນຢຸງ ເນັ້ນໜັກວ່າ ການໄປຢ້ຽມຢາມຈີນ ຂອງຄະນະໃນຄັ້ງນີ້ແມ່ນເພື່ອແນໃສ່ຫັນເປັນລະອຽດ ແລະຜັນຂະຫຍາຍການປະຕິບັດຄວາມຮັບຮູ້ລວມລະຫວ່າງການນຳສູງສຸດຂອງສອງພັກ, ສອງລັດ ໃນການຢ້ຽມຢາມ ຈີນ ທີ່ມີຄວາມໝາຍປະຫວັດສາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນທ້າຍເດືອນຕຸລາ 2022, ປະກອບສ່ວນຮັກສາການແລກປ່ຽນ, ພົບປະຂັ້ນສູງ ແລະເພີ່ມທະວີການພົວພັນພົບປະແລກປ່ຽນມິດຕະພາບ ແລະການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງບັນດາທ້ອງຖິ່ນສອງປະເທດ, ໃນນັ້ນມີແຂວງກວາງຕຸງ ແລະນະຄອນຮ່າໂນ້ຍ. ທ່ານເລຂາພັກນະຄອນຮ່າໂນ້ຍ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະສະໜັບສະໜູນການຮ່ວມມືຮອບດ້ານ, ແທດຈິງກັບແຂວງກວາງຕຸງ.
    |
 |
ທ່ານ ດິງຕ໊ຽນຢຸງ, ກຳມະການກົມການເມືອງ, ເລຂາພັກນະຄອນຮ່າໂນ້ຍ ພົບປະກັບສະຫາຍ Huang Kunming, ກຳມະການກົມການເມືອງຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ເລຂາພັກແຂວງກວາງຕຸງ. ພາບ: ສຳນັກຂ່າວສານຫວຽດນາມ |
ທ່ານ ດິງຕ໊ຽນຢຸງ ກໍ່ສະເໜີບາງຄຳເຫັນລວມມີ: ເສີມຂະຫຍາຍກົນໄກທົບທວນຄືນສະພາບການຮ່ວມມືລະຫວ່າງຫວຽດນາມ ແລະກວາງຕຸງ ປະຈຳໄລຍະ, ຊຸກຍູ້ການພົບປະແລກປ່ຽນ, ແລກປ່ຽນຄະນະຜູ້ແທນທຸກຂັ້ນລະຫວ່າງແຂວງກວາງຕຸງ ກັບບັນດາທ້ອງຖິ່ນຂອງຫວຽດນາມ, ເພີ່ມທະວີການແລກປ່ຽນບົດຮຽນກ່ຽວກັບການກໍ່ສ້າງພັກ ແລະການພັດທະນາເສດຖະກິດ-ສັງຄົມ; ເພີ່ມທະວີການຮ່ວມມືແທດຈິງໃນທຸກຂົງເຂດ, ປາດຖະໜາວ່າ ແຂວງກວາງຕຸງ ສືບຕໍ່ເປີດປະຕູກວ່າອີກໃຫ້ບັນດາຜະລິດຕະພັນກະເສດ, ສິນໃນນ້ຳ, ໝາກໄມ້ຂອງຫວຽດນາມ ເຂົ້າຮ່ວມຕ່ອງໂສ້ການສະໜອງທົ່ວໂລກຂອງວິສາຫະກິດກວາງຕຸງຢ່າງເລິກເຊິ່ງກວ່າ; ເພີ່ມທະວີການພົບປະແລກປ່ຽນລະຫວ່າງກວາງຕຸງ ກັບບັນດາທ້ອງຖິ່ນຂອງຫວຽດນາມ, ໃນນັ້ນມີຮ່າໂນ້ຍ, ປະກອບສ່ວນສ້າງພື້ນຖານໝັ້ນຄົງໃຫ້ແກ່ການພັດທະນາຂອງການພົວພັນສອງປະເທດ.
ທ່ານເລຂາພັກແຂວງກວາງຕຸງ ຕີລາຄາສູງບັນດາຄຳເຫັນຂອງທ່ານເລຂາພັກນະຄອນຮ່າໂນ້ຍ ກ່ຽວກັບການຮ່ວມມືພົບປະແລກປ່ຽນລະຫວ່າງນະຄອນຮ່າໂນ້ຍ ແລະນະຄອນ Gaungzhou ພ້ອມກັບແຂວງກວາງຕຸງ, ເນັ້ນໜັກວ່າບັນດາອົງການກ່ຽວຂ້ອງຂອງສອງຝ່າຍຈະສົມທົບກັນເພື່ອຊຸກຍູ້ການຮ່ວມມື. ສະຫາຍເລຂາພັກແຂວງກວາງຕຸງ ຖືວ່າ ວຽກງານບໍລິຫານນະຄອນ, Gaungzhou ກໍ່ຕ້ອງຮ່ຳຮຽນຖອດຖອນບົດຮຽນຂອງຮ່າໂນ້ຍ ຢູ່ຫຼາຍຈຸດ, ຕົວຢ່າງຄືການຄຸ້ມຄອງການກໍ່ສ້າງ, ຄຸ້ມຄອງພາຫະນະຄົມມະນາຄົມ.
ໂດຍ: ແສງເດືອນ