ນະຄອນດ່ານັງ ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ແລະອຳນວຍຄວາມສະດວກໃຫ້ນັກລົງທຶນໄທ
ກປ.ອອນໄລ - ວັນທີ 11 ກັນຍາ, ຢູ່ນະຄອນດ່ານັງ, ຄະນະກຳມະການປະຊາຊົນນະຄອນດ່ານັງ ໄດ້ສົມທົບກັບສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະສູນກາງສະມາຄົມມິດຕະພາບ ຫວຽດນາມ-ໄທ ແລະ ໄທ-ຫວຽດນາມ ຈັດຕັ້ງກອງປະຊຸມ ຄັ້ງທີ XII ຂອງຄະນະບໍລິຫານງານສະມາຄົມມິດຕະພາບ ຫວຽດນາມ-ໄທ ແລະ ໄທ-ຫວຽດນາມ.
ປະຈຸບັນ ໄທ ຢືນອັນດັບທີ 9 ໃນຈຳນວນ 141 ປະເທດ ແລະເຂດແຄ້ວນ ທີ່ລົງທຶນເຂົ້າຫວຽດນາມ ດ້ວຍ 639 ໂຄງການທີ່ຍັງເຄື່ອນໄຫວຢູ່, ມີຍອດເງິນລົງທຶນຈົດທະບຽນທັງໝົດຫຼາຍກວ່າ 12 ຕື້ໂດລາສະຫະລັດ. ບັນດາວິສາຫະກິດຫວຽດນາມ ພວມຜັນຂະຫຍາຍ 15 ໂຄງການລົງທຶນ ຢູ່ໄທ ດ້ວຍຍອດເງິນລົງທຶນສະໜອງໃໝ່ ແລະເພີ່ມທຶນແມ່ນເກືອບ 92 ລ້ານໂດລາສະຫະລັດ, ຢືນອັນດັບທີ 22 ໃນຈຳນວນ 55 ປະເທດ ແລະເຂດແຄ້ວນ ລົງທຶນເຂົ້າໄທ. ສອງປະເທດມຸ່ງໄປເຖິງການຍົກວົງເງິນການຄ້າສອງສົ້ນ ຂຶ້ນເຖິງ 25 ຕື້ໂດລາສະຫະລັດ ໃນປີ 2025. ນອກຈາກການທູດແຫ່ງລັດ, ສອງຝ່າຍຍັງຕັ້ງໜ້າຊຸກຍູ້ການເຄື່ອນໄຫວການທູດລະຫວ່າງປະຊາຊົນ ໂດຍຜ່ານສະມາຄົມມິດຕະພາບຫວຽດນາມ-ໄທ ແລະສະມາຄົມມິດຕະພາບ ໄທ-ຫວຽດນາມ.
    |
 |
ທ່ານພົນໂທ ຫງວຽນວັນແທ່ັງ (ຜູ້ທີ 2, ຈາກຂວາໄປ), ປະທານສະມາຄົມມິດຕະພາບ ຫວຽດນາມ - ໄທ ແລະບັນດາຜູ້ແທນ ເຂົ້າຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ |
ມາຮອດປະຈຸບັນ, ນະຄອນດ່ານັງ ມີ 13 ໂຄງການລົງທຶນໂດຍກົງຈາກຕ່າງປະເທດຂອງໄທ (FDI) ທີ່ຍັງເຄື່ອນໄຫວຢູ່ ດ້ວຍຍອດເງິນລົງທຶນທັງໝົດປະມານ 60 ລ້ານໂດລາສະຫະລັດ, ໂດຍສຸມໃສ່ຂົງເຂດການຄ້າ, ການຂາຍຍ່ອຍ, ການຜະລິດ, ຕ່ຳແຜ່ນຕັດຫຍິບ, ການອອກແບບ ແລະການກໍ່ສ້າງ.
ໂດຍ: ທູຈາງ