ແຂວງບິ່ງເຢືອງ ແລະຍີ່ປຸ່ນ ເພີ່ມທະວີການພົວພັນຮ່ວມມື
ກປ.ອອນໄລ - ຕອນບ່າຍວັນທີ 8 ກັນຍາ, ຄະນະກຳມະການປະຊາຊົນແຂວງບິ່ງເຢືອງ ໄດ້ສົມທົບກັບກະຊວງການຕ່າງປະເທດຫວຽດນາມ ຈັດຕັ້ງລາຍການ “ພົບປະຍີ່ປຸ່ນ 2023”- Meet Japan 2023.
ປະຈຸບັນ, ແຂວງບິ່ງເຢືອງ ໄດ້ດຶງດູດເງິນລົງທຶນຈາກຕ່າງປະເທດ ດ້ວຍເກືອບ 4.150 ໂຄງການ ທີ່ມາຈາກ 65 ປະເທດ ແລະເຂດແຄ້ວນ, ດ້ວຍຍອດຈຳນວນເງິນລົງທຶນທັງໝົດຫຼາຍກວ່າ 40 ຕື້ໂດລາສະຫະລັດ. ຍີ່ປຸ່ນ ແມ່ນນັກລົງທຶນໃຫຍ່ອັນດັບ 2 ຢູ່ແຂວງບິ່ງເຢືອງ ດ້ວຍ 350 ໂຄງການ ແລະມີຍອດເງິນລົງທຶນທັງໝົດແມ່ນ 5,9 ຕື້ໂດລາສະຫະລັດ. ແຂວງບິ່ງເຢືອງ ໄດ້ສ້າງຕັ້ງການພົວພັນຮ່ວມມືມິດຕະພາບກັບແຂວງ Yamaguchi ຂອງຍີ່ປຸ່ນ ມາເປັນເວລາ 9 ປີແລ້ວ.
ການຈັດລາຍການ “ພົບປະຍີ່ປຸ່ນ 2023”- Meet Japan 2023 ຢູ່ແຂວງບິ່ງເຢືອງ ໄດ້ດຳເນີນຫຼາຍເຫດການ ແລະລາຍການ ເຊັ່ນ: ກອງປະຊຸມເຊື່ອມຕໍ່ການສະໜອງ ແລະຄວາມຕ້ອງການສິນຄ້າ ແລະງານຕະຫຼາດນັດອຸດສາຫະກຳ ແລະການຄ້າເຂດທິດຕາເວັນອອກພາກໃຕ້ ປີ 2023, ລາຍການ “ແມ່ຍິງແຂວງບິ່ງເຢືອງ ກັບວັດທະນະທຳຍີ່ປຸ່ນ”, ລາຍການແລກປ່ຽນລະຫວ່າງຊາວໜຸ່ມ ຫວຽດນາມ - ຍີ່ປຸ່ນ, ລາຍການແລກປ່ຽນວັດທະນະທໍາ, ສິລະປະ, ອາຫານການກິນ ...
    |
 |
ແຂວງບິ່ງເຢືອງ ແລະແຂວງ Yamaguchi ຂອງຍີ່ປຸ່ນ ລົງນາມໃນສັນຍາຮ່ວມມືກ່ຽວກັບບາງຂົງເຂດ. ພາບ: ຮຸ່ງຄວາ |
ກ່າວຄຳເຫັນນະທີ່ນີ້, ທ່ານ ຫວໍວັນມິງ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງບິ່ງເຢືອງ ໃຫ້ຮູ້ວ່າ: “ແຂວງບິ່ງເຢືອງ ເຄົາລົບຄວາມສົນໃຈຕໍ່ການພັດທະນາເສດຖະກິດ - ສັງຄົມ ຂອງນັກລົງທຶນຕ່າງປະເທດ, ໃນນັ້ນມີນັກລົງທຶນຈາກຍີ່ປຸ່ນ ກໍ່ຄືການເຄື່ອນໄຫວທີ່ມີຄວາມຮັບຜິດຊອບຕໍ່ສັງຄົມຂອງບັນດາວິສາຫະກິດ ຍີ່ປຸ່ນ ຢູ່ແຂວງບິ່ງເຢືອງ. ນີ້ແມ່ນປະຖົມປັດໄຈທີ່ສຳຄັນເພື່ອໃຫ້ແຂວງບິ່ງເຢືອງ ແລະຄູ່ຮ່ວມມືຕ່າງໆຂອງຍີ່ປຸ່ນ ສືບຕໍ່ພັດທະນາບັນດາໂຄງການຮ່ວມມືດ້ານເສດຖະກິດ, ການລົງທຶນ, ການສຶກສາ, ວິທະຍາສາດ ແລະ ເຕັກໂນໂລຢີ, ສາທາລະນະສຸກ, ການພົບປະແລກປ່ຽນວັດທະນະທຳ ແລະກິລາ, ພັດທະນານະຄອນອັດສະລິຍະໃນໄລຍະຈະມາເຖິງ.
ທີ່ເຫດການດັ່ງກ່າວ, ແຂວງ ບິ່ງເຢືອງ ແລະ ແຂວງ Yamaguchi ຂອງຍີ່ປຸ່ນ ໄດ້ລົງນາມໃນສັນຍາຮ່ວມມືກ່ຽວກັບບາງຂົງເຂດ. ແຂວງ ບິ່ງເຢືອງ ໄດ້ມອບໃບຢັ້ງຢືນຈົດທະບຽນການລົງທຶນ, ໃບອະນຸຍາດການກໍ່ສ້າງ ແລະປະກາດໂຄງການຂອງວິສາຫະກິດ ຍີ່ປຸ່ນ ໃນບໍລິເວນແຂວງ.
ໂດຍ: ທູຈາງ