ຊຸກຍູ້ການຮ່ວມມືແລກປ່ຽນການຄ້າລະຫວ່າງ ເກິ່ນເທີ ກັບວິສາຫະກິດຈີນ
ກປ.ອອນໄລ - ວັນທີ 5 ກັນຍາ, ຢູ່ນະຄອນເກິ່ນເທີ, ການນໍານະຄອນເກິ່ນເທີ ໄດ້ຕ້ອນຮັບ ແລະເຮັດວຽກກັບຄະນະຜູ້ແທນສະຖານກົງສູນໃຫຍ່ ແຫ່ງ ສປ ຈີນ ປະຈໍາ ນະຄອນໂຮ່ຈີມິນ, ນໍາໂດຍທ່ານຫົວໜ້າສະຖານກົງສູນໃຫຍ່ Wei Huaxiang.
    |
 |
ບັນຍາກາດທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ການເຮັດວຽກ, ທ່ານ ຫງວຽນວັນຮົ່ງ ຮອງປະທານຄະນະກໍາມະການປະຊາຊົນນະຄອນເກິ່ນເທີ ໃຫ້ຮູ້ວ່າ ດ້ວຍຊັບພະຍາກອນທຳມະຊາດອຸດົມສົມບູນ, ນະຄອນເກິ່ນເທີ ມີຄວາມສາມາດບົ່ມຊ້ອນຫຼາຍ ເພື່ອພັດທະນາກະສິກຳ, ອຸດສາຫະກຳ, ການທ່ອງທ່ຽວ, ການເຊື່ອມຕໍ່ແລກປ່ຽນການຄ້າ ແລະການຮ່ວມມືສາກົນ. ຫວ່າງແລ້ວນີ້, ສະມາຄົມສົ່ງອອກ, ນໍາເຂົ້າກວາງຕຸງ, ຈີນ ແລະບາງວິສາຫະກິດໃຫຍ່ຂອງກວາງຕຸງ ໄດ້ມາຊອກຮູ້ ແລະສະແດງຄວາມເອົາໃຈໃສ່ເຖິງບາງໂຄງການຂະໜາດໃຫຍ່ທີ່ນະຄອນເກິ່ນເທີ ພວມຮຽກຮ້ອງການລົງທຶນ. ການນຳນະຄອນເກິ່ນເທີ ຫວັງວ່າ ສະຖານກົງສູນໃຫຍ່ ແຫ່ງ ສປ ຈີນ ຈະສືບຕໍ່ເອົາໃຈໃສ່ແນະນຳນະຄອນເກິ່ນເທີ ເຖິງວິສາຫະກິດຈີນ ແນໃສ່ຊຸກຍູ້ການເຄື່ອນໄຫວຮ່ວມມື, ການລົງທຶນຂອງວິສາຫະກິດຈີນຢູ່ນະຄອນ.
    |
 |
ທ່ານ ຫງວຽນວັນຮົ່ງ ຮອງປະທານຄະນະກໍາມະການປະຊາຊົນນະຄອນເກິ່ນເທີ ມອບຂອງຂວັນທີ່ລະນຶກໃຫ້ທ່ານ Wei Huaxiang ຫົວໜ້າສະຖານກົງສູນໃຫຍ່ແຫ່ງ ສປ ຈີນ ປະຈໍາ ນະຄອນໂຮ່ຈີມິນ. ພາບ: ສໍານັກຂ່າວສານຫວຽດນາມ |
ສ່ວນທ່ານ Wei Huaxiang ຫົວໜ້າສະຖານກົງສູນໃຫຍ່ແຫ່ງ ສປ ຈີນ ປະຈໍາ ນະຄອນໂຮ່ຈີມິນ ໄດ້ສະແດງຄວາມເຊື່ອໝັ້ນຕໍ່ຄວາມສາມາດບົ່ມຊ້ອນຊຸກຍູ້ການເຊື່ອມຕໍ່ແລກປ່ຽນການຄ້າສອງປະເທດໂດຍອີງໃສ່ການພົວພັນອັນດີງາມ ແລະຍືນຍົງ. ປະຈຸບັນຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຍຸດທະສາດຂອງຈີນ ໃນບັນດາຜະລິດຕະພັນສຳຄັນ, ຄື: ສິນໃນນ້ຳ, ສິນທະເລ, ຜະລິດຕະພັນກະເສດ... ພ້ອມທັງ, ໃຫ້ຄຳໝັ້ນສັນຍາວ່າ ໃນໄລຍະຈະມາເຖິງ, ໃນຖານະຕຳແໜ່ງຂອງຕົນ ຈະໜູນຊ່ວຍນະຄອນໂຮ່ຈີມິນ ເພີ່ມທະວີການເຄື່ອນໄຫວຮ່ວມມືໃນຂົງເຂດພົບປະແລກປ່ຽນວັດທະນະທຳ, ກິລາ, ການທ່ອງທ່ຽວ, ການຄ້າກັບຄູ່ຮ່ວມມືຈີນ.
ໂດຍ: ເຈິ່ນຮວ່ຽນ