ຄະນະວິສາຫະກິດໃຫຍ່ທີ່ສຸດຂອງ ຊາອຸດິ ອາຣາເບຍ ມາຫວຽດນາມ ຊອກຮູ້ກາລະໂອກາດລົງທຶນ, ດຳເນີນທຸລະກິດ
ກປ.ອອນໄລ - ແຕ່ວັນທີ 11-13 ກັນຍາ 2023, ຄະນະວິສາຫະກິດໃຫຍ່ທີ່ສຸດຂອງ ຊາອຸດິ ອາຣາເບຍ ເວົ້າສະເພາະ ແລະພາກພື້ນຕາເວັນອອກກາງ ເວົ້າລວມ ຈະມາຊອກຮູ້ກາລະໂອກາດຮ່ວມມື, ດຳເນີນທຸລະກິດກັບບັນດາທ້ອງຖິ່ນ, ວິສາຫະກິດຫວຽດນາມ.
ຜັນຂະຫຍາຍຄຳສັ່ງເລກທີ 15 - CT/TW ຂອງຄະນະເລຂາກ່ຽວກັບວຽກງານການທູດເສດຖະກິດ ເພື່ອຮັບໃຊ້ການພັດທະນາປະເທດຊາດ, ແນໃສ່ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ ແລະຊາອຸດິ ອາຣາເບຍ, ກະຊວງການຕ່າງປະເທດຫວຽດນາມ ຈະສົມທົບກັບສະຖານທູດ ຊາອຸດິ ອາຣາເບຍ ປະຈໍາ ຮ່າໂນ້ຍ ແລະຫ້ອງການຄ້າ ແລະອຸດສາຫະກໍາ Riyadh (ຊາອຸດິ ອາຣາເບຍ) ຈັດຕັ້ງເວທີປາໄສດຳເນີນທຸລະກິດຫວຽດນາມ-ຊາອຸດິ ອາຣາເບຍ ໃນວັນທີ 11 ກັນຍາ 2023 ຢູ່ສຳນັກງານກະຊວງການຕ່າງປະເທດ, ເລກທີ 2 ເລກວາງດ້າວ, ນາມຕື່ລຽມ, ຮ່າໂນ້ຍ.
ເວທີປາໄສຄາດວ່າຈະມີຜູ້ແທນເກືອບ 500 ຄົນເຂົ້າຮ່ວມ, ລວມມີການນໍາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ນັກລົງທຶນ, ວິສາຫະກິດ, ຜູ້ຕາງໜ້າບັນດາອົງການຈັດຕັ້ງ, ສະມາຄົມວິສາຫະກິດສອງຝ່າຍ, ໃນນັ້ນມີກວ່າ 50 ວິສາຫະກິດ ຊາອຸດິ ອາຣາເບຍ ເຄື່ອນໄຫວໃນຫຼາຍຂົງເຂດ, ຄື: ພະລັງງານ, ເຕັກໂນໂລຢີຂໍ້ມູນຂ່າວສານ, ກະສິກຳ, ສິນໃນນ້ຳ...
    |
 |
ເວທີປາໄສດຳເນີນທຸລະກິດຫວຽດນາມ-ຊາອຸດິ ອາຣາເບຍ ຈະຈັດຕັ້ງໃນວັນທີ 11 ກັນຍາ 2023 ຢູ່ສຳນັກງານກະຊວງການຕ່າງປະເທດ. ພາບ: ກະຊວງການຕ່າງປະເທດ |
ນີ້ແມ່ນຄະນະວິສາຫະກິດໃຫຍ່ທີ່ສຸດຂອງ ຊາອຸດິ ອາຣາເບຍ ເວົ້າສະເພາະ ແລະພາກພື້ນຕາເວັນອອກກາງ ເວົ້າລວມ ມາຫວຽດນາມ ຊອກຮູ້ກາລະໂອກາດຮ່ວມມື, ດຳເນີນທຸລະກິດກັບບັນດາທ້ອງຖິ່ນ, ວິສາຫະກິດຫວຽດນາມ. ໃນໄລຍະຢູ່ຫວຽດນາມ, ບັນດາວິສາຫະກິດຊາອຸດິ ອາຣາເບຍ ຈະໄປຢ້ຽມຢາມບາງເຂດອຸດສາຫະກຳ, ທ່າກຳປັ່ນ ແລະວິສາຫະກິດຢູ່ບາງທ້ອງຖິ່ນ.
ຊາອຸດິ ອາຣາເບຍ ແມ່ນພື້ນຖານເສດຖະກິດທີ່ມີຂອບຂະໜາດໃຫຍ່ທີ່ສຸດໃນພາກພື້ນເຂດອ່າວ; ແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດແຖວໜ້າຂອງຫວຽດນາມ ຢູ່ພາກພື້ນຕາເວັນອອກກາງ. ວົງເງິນການຄ້າລະຫວ່າງສອງປະເທດໃນປີ 2022 ບັນລຸກວ່າ 2,7 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 32,4% ເມື່ອທຽບໃສ່ປີ 2021. ໃນຊຸມປີມໍ່ໆມານີ້, ບັນດາວິສາຫະກິດ ຊາອຸດິ ອາຣາເບຍ ນັບມື້ນັບມີຄວາມສົນໃຈ ແລະປາດຖະໜາຢາກຊຸກຍູ້ການຮ່ວມມືກັບຫວຽດນາມ ໃນຂົງເຂດການຄ້າ, ການລົງທຶນ, ພະລັງງານ, ທ່າກຳປັ່ນ, ອາຫານ Halal, ການທ່ອງທ່ຽວ...
ໂດຍ: ເຈິ່ນຮວ່ຽນ