ກອງປະຊຸມສໍາມະນາການປ່ຽນແປງໃໝ່ປະດິດສ້າງ ອົດສະຕາລີ-ຫວຽດນາມ: ສະເໜີຂົງເຂດຮ່ວມມືໃໝ່
ກປ.ອອນໄລ - ຫວ່າງແລ້ວນີ້, ຢູ່ມະຫາວິທະຍາໄລ Sydney, ອົດສະຕາລີ, ສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ນະຄອນ Sydney (ອົດສະຕາລີ) ແລະມະຫາວິທະຍາໄລ Sydney ໄດ້ສົມທົບກັນຈັດຕັ້ງກອງປະຊຸມສໍາມະນາ “ການປ່ຽນແປງໃໝ່ປະດິດສ້າງອົດສະຕາລີ-ຫວຽດນາມ”.
    |
 |
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ. ພາບ: vov.vn |
ໃນບົດກ່າວປາໄສທີ່ກອງປະຊຸມສໍາມະນາ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແບ່ງປັນວ່າ ໜຶ່ງໃນບັນດາບຸລິມະສິດໃນຍຸດທະສາດພັດທະນາຂອງຫວຽດນາມ ແມ່ນກໍ່ສ້າງພື້ນຖານເສດຖະກິດໂດຍອີງໃສ່ວິທະຍາສາດ ແລະເຕັກໂນໂລຢີ, ການປ່ຽນແປງໃໝ່ປະດິດສ້າງ, ການຫັນປ່ຽນດີຈີຕອນ ແລະການເຕີບໂຕສີຂຽວ. ຍ້ອນແນວນັ້ນ, ຫວຽດນາມ ພວມເປີດກວ້າງການຮ່ວມມືສາກົນໃນຂົງເຂດນີ້, ໃນນັ້ນ ອົດສະຕາລີ ແມ່ນຄູ່ຮ່ວມມືແຖວໜ້າ. ໃນສະພາບການທີ່ຫຼາຍປະເທດພວມປະເຊີນໜ້າກັບສິ່ງທ້າທາຍໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ ຮອດປີ 2030, ຫວຽດນາມ ແລະອົດສະຕາລີ ຄວນເພີ່ມທະວີການຮ່ວມມືສອງຝ່າຍໃນຂົງເຂດນີ້ເພື່ອຫັນເປົ້າໝາຍ ແລະຄວາມມຸ່ງມາດປາດຖະໜາຂອງສອງປະເທດໃຫ້ປະກົດຜົນເປັນຈິງ.
    |
 |
ທ່ານ Anoulack Chanvithong ລັດຖະມົນຕີປ່ຽນແປງໃໝ່ປະດິດສ້າງ, ວິທະຍາສາດ, ເຕັກໂນໂລຢີ ທັງເປັນລັດຖະມົນຕີອຸດສາຫະກຳ ແລະການຄ້າ ລັດ New South Wales. ພາບ: vov.vn |
ສ່ວນອົດສະຕາລີ, ທ່ານ Anoulack Chanvithong ລັດຖະມົນຕີປ່ຽນແປງໃໝ່ປະດິດສ້າງ, ວິທະຍາສາດ, ເຕັກໂນໂລຢີ ທັງເປັນລັດຖະມົນຕີອຸດສາຫະກຳ ແລະການຄ້າລັດ New South Wales ໃຫ້ຂໍ້ສັງເກດວ່າ ການພົວພັນຫວຽດນາມ-ອົດສະຕາລີ ຈະສືບຕໍ່ພັດທະນາໃນໄລຍະຈະມາເຖິງເມື່ອສອງປະເທດມີຄວາມເອົາໃຈໃສ່ຮ່ວມ, ຄື: ມານະພະຍາຍາມເພື່ອໃຫ້ການປ່ອຍອາຍພິດລົງເປັນສູນ, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານເປັນປົກກະຕິ... ໃນນັ້ນ, ລັດ New South Wales ແມ່ນ “ຫົວໃຈ” ຂອງການປ່ຽນແປງໃໝ່ ແລະວິທະຍາສາດເຕັກໂນໂລຢີຂອງອົດສະຕາລີ ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືກັບຫວຽດນາມ ເພື່ອນຳມາເຊິ່ງຄວາມວັດທະນາຖາວອນໃຫ້ທັງສອງຝ່າຍ.
ທີ່ກອງປະຊຸມສໍາມະນາ, ບັນດານັກຄົ້ນຄວ້າຂອງສອງປະເທດ ໄດ້ແບ່ງປັນຫຼາຍໂຄງການຄົ້ນຄວ້າໂດຍສອງຝ່າຍສົມທົບກັນປະຕິບັດ, ພິເສດແມ່ນໂຄງການໃນຂົງເຂດການແພດ, ຄື: ການສັກຢາວັກຊິນ HPV, ການຄົ້ນຄວ້າພະຍາດວັນນະໂລກ... ນອກຈາກນັ້ນຍັງມີ ບັນດາໂຄງການຄົ້ນຄວ້າກ່ຽວກັບສື່ມວນຊົນດີຈີຕອນ, ເຄືອຂ່າຍຫໍພິພິທະພັນ, ຫຼາຍໂຄງການໃນຂົງເຂດກະສິກຳ… ຢູ່ຫວຽດນາມ.
ໂດຍ: ເຈິ່ນຮວ່ຽນ