ສ.ເກົາຫຼີ ຈະໜູນຊ່ວຍແຂວງດົ່ງນາຍ ກໍ່ສ້າງນັກຄົ້ນຄວ້າປະລິນຍາເອກ ກ່ຽວກັບການພົວພັນຕ່າງປະເທດ
ກປ.ອອນໄລ - ວັນທີ 29 ສິງຫາ, ທ່ານ ຫງວຽນຮົ່ງລິ້ງ ເລຂາພັກແຂວງດົ່ງນາຍ ສສ.ຫວຽດນາມ ໄດ້ຕ້ອນຮັບທ່ານ Shin Choong II ຫົວໜ້າສະຖານກົງສູນໃຫຍ່ ສ.ເກົາຫຼີ ປະຈໍານະຄອນ ໂຮ່ຈີມິນ ພ້ອມດ້ວຍຄະນະ.
    |
 |
ທ່ານ ຫງວຽນຮົ່ງລິ້ງ ເລຂາພັກແຂວງດົ່ງນາຍ ແລະການນໍາພະແນກການ, ຂະແໜງການຂອງແຂວງ ຖ່າຍຮູບເປັນທີ່ລະນຶກກັບຄະນະປະຕິບັດງານຂອງ ສ.ເກົາຫຼີ. ພາບ: baodongnai.com.vn |
ຕາມທ່ານ Shin Choong II ແລ້ວ, ຝ່າຍ ສ.ເກົາຫຼີ ຈະໜູນຊ່ວຍແຂວງດົ່ງນາຍ ກໍ່ສ້າງນັກຄົ້ນຄວ້າປະລິນຍາໂທ, ປະລິນຍາເອກ ກ່ຽວກັບການພົວພັນຕ່າງປະເທດ ດ້ວຍທຶນການສຶກສາ 100%; ພ້ອມທັງສະເໜີໃຫ້ແຂວງດົ່ງນາຍ ໜູນຊ່ວຍວິສາຫະກິດ ສ.ເກົາຫຼີ ແກ້ໄຂລະບຽບການບໍລິຫານໂດຍໄວ ເພື່ອເຮັດໃຫ້ການເຄື່ອນໄຫວຜະລິດໃນບໍລິເວນເປັນປົກກະຕິ.
ທ່ານ ຫງວຽນຮົ່ງລິ້ງ ຕີລາຄາສູງຕໍ່ການປະກອບສ່ວນຂອງບັນດາວິສາຫະກິດ ສ.ເກົາຫຼີ ຢູ່ແຂວງດົ່ງນາຍ ແລະມອບໃຫ້ຄະນະກໍາມະການປະຊາຊົນແຂວງ ພິຈາລະນາໃຫ້ລະອຽດກ່ຽວກັບຄໍາສະເໜີຂອງຫົວໜ້າສະຖານກົງສູນໃຫຍ່ ສ.ເກົາຫຼີ ບົນເນື້ອໃນຈິດໃຈຖືກຕ້ອງຕາມກົດໝາຍ, ສອດຄ່ອງກັບສະພາບ ຕົວຈິງ, ແກ້ໄຂວ່ອງໄວທັນການ ແລະແຈ້ງໃຫ້ວິສາຫະກິດ ສ.ເກົາຫຼີ ຮັບຊາບໂດຍໄວ.
ໂດຍ: ໄຊຊະນະ