leftcenterrightdel
ເວທີປາໄສເສດຖະກິດ ແລະການແລກປ່ຽນການຄ້າລະຫວ່າງວິສາຫະກິດ ຫວຽດນາມ - ອິດສະຣາແອນ ດໍາເນີນໃນຕອນເຊົ້າວັນທີ 16 ສິງຫາ, ຢູ່ຮ່າໂນ້ຍ. ພາບ: moit.gov.vn

ບັນດາຄຳເຫັນທີ່ເວທີປາໄສຕີລາຄາວ່າ ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະອິດສະຣາແອນ (VIFTA) ທີ່ຫາກໍ່ລົງນາມຢ່າງເປັນທາງການ ຈະແມ່ນປະຖົມປັດໃຈ ເພື່ອໃຫ້ສອງປະເທດເປີດກວ້າງຂອບຂະໜາດການຄ້າສອງຝ່າຍ. ປະຈຸບັນ, ອິດສະຣາແອນ ແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບ 3, ເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 5 ຂອງຫວຽດນາມ ຢູ່ອາຊີຕາເວັນຕົກ. ໂຄງປະກອບສິນຄ້າຂອງອິດສະຣາແອນ ແລະຫວຽດນາມ ມີການເພີ່ມເຕີມໃຫ້ກັນ, ບໍ່ແກ່ງແຍ້ງໂດຍກົງ. ສິ່ງດັ່ງກ່າວສ້າງເງື່ອນໄຂ ເພື່ອໃຫ້ຫວຽດນາມ ຊຸກຍູ້ການສົ່ງອອກສິນຄ້າທີ່ມີທ່າແຮງຫຼາຍປະເພດໄປຍັງອິດສະຣາແອນ, ທັງມີໂອກາດເຂົ້າເຖິງສິນຄ້າເຕັກໂນໂລຢີສູງຂອງອິດສະຣາແອນ. ໃນດຸ່ນການຄ້າ, ຫວຽດນາມ ຍາມໃດກໍ່ແມ່ນປະເທດນຳເຂົ້າເກີນດຸນຈາກອິດສະຣາແອນ. ຫວຽດນາມ ສົ່ງອອກຜະລິດຕະພັນຕົ້ນຕໍຄື: ໂທລະສັບ ແລະຊິ້ນສ່ວນຍ່ອຍ, ສິນໃນນໍ້າ, ໝາກມ່ວງຫິມະພານ, ກາເຟ, ເກີບ, ໝາກພິກໄທ, ໄມ້ ແລະ ຜະລິດຕະພັນຈາກໄມ້... ສິນຄ້າຂອງຫວຽດນາມ ທີ່ນຳເຂົ້າຈາກອິດສະຣາແອນ ແມ່ນເຄື່ອງຄອມພິວເຕີ, ຜະລິດຕະພັນເອເລັກໂຕນິກ ແລະເຄື່ອງປະກອບ, ເຄື່ອງຈັກ, ອຸປະກອນ, ເຄື່ອງອາໄຫຼ່, ຝຸ່ນ, ຜັກ ແລະໝາກໄມ້… ໃນປີ 2022, ຍອດວົງເງິນນໍາເຂົ້າສົ່ງອອກຂອງຫວຽດນາມ ກັບອິດສະຣາແອນ ບັນລຸ 2,2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 17,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

ໂດຍ: ຈາງຫງວຽນ