ນະຄອນໂຮ່ຈີມິນ ຊຸກຍູ້ການເລີ່ມທຸລະກິດ, ປະດິດຄິດສ້າງ ແລະການຄ້າກັບ ອິດສະຣາແອນ
ກປ.ອອນໄລ - ວັນທີ 14 ສິງຫາ, ທ່ານ ຟານວັນໝາ໊ຍ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານ Nir Barkat, ລັດຖະມົນຕີກະຊວງເສດຖະກິດ ແລະອຸດສາຫະກຳ ອິດສະຣາແອນ ທີ່ພວມມີການຢ້ຽມຢາມ ແລະເຮັດວຽກ ເພື່ອແລກປ່ຽນທິດທາງຊຸກຍູ້ການຮ່ວມມືໃນຂົງເຂດເລີ່ມທຸລະກິດ, ການລົງທຶນ ແລະການຄ້າ ຢູ່ນະຄອນໂຮ່ຈີມິນ
    |
 |
ທ່ານ ຟານວັນໝາ໊ຍ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ແລະທ່ານ Nir Barkat ລັດຖະມົນຕີກະຊວງເສດຖະກິດ ແລະອຸດສາຫະກຳອິດສະຣາແອນ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ການຕ້ອນຮັບ, ທ່ານ ຟານວັນໝາ໊ຍ ສະເໜີວ່າ ບົນພື້ນຖານການຮ່ວມມື, ລັດຖະບານສອງປະເທດ ຈະສ້າງຂໍ້ຕົກລົງການຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ກັບຄູ່ຮ່ວມມືຕ່າງໆຂອງອິດສະຣາແອນ ໃນຂົງເຂດປ່ຽນແປງໃໝ່ປະດິດຄິດສ້າງ, ໃນນັ້ນລວມທັງເງື່ອນໄຂໜູນຊ່ວຍການປະຕິບັດການຮ່ວມມືຄື ແລກປ່ຽນບົດຮຽນໃນການສ້າງກອບນິຕິກໍາໃຫ້ແກ່ສູນໜູນຊ່ວຍການເລີ່ມທຸລະກິດ, ປະດິດຄິດສ້າງ, ສ້າງກອງທຶນໜູນຊ່ວຍການເລີ່ມທຸລະກິດ, ແລກປ່ຽນວິສາຫະກິດທີ່ຫາກໍ່ສ້າງຕັ້ງໃໝ່ໃນຂົງເຂດເລີ່ມທຸລະກິດ, ປະດິດຄິດສ້າງ.
ນອກຈາກນັ້ນ, ນະຄອນໂຮ່ຈີມິນ ແລະຄູ່ຮ່ວມມືອິດສະຣາແອນ ຍັງຊຸກຍູ້ການຮ່ວມມືໃນຂົງເຂດການລົງທຶນ, ການຄ້າກັບວິສາຫະກິດ; ຮ່ວມມືຖ່າຍທອດເຕັກໂນໂລຢີໃນຂົງເຂດຜະລິດກະສິກຳເຕັກໂນໂລຊີສູງ, ມາດຕະການແກ້ໄຂ ແລະເຕັກໂນໂລຢີໃໝ່ໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ |
ສ່ວນທ່ານ Nir Barkat ຖືວ່າ, ນະຄອນໂຮ່ຈີມິນ ແລະ ຫວຽດນາມ ຄວນກໍ່ສ້າງບັນດາສູນໜູນຊ່ວຍການເລີ່ມທຸລະກິດ, ປະດິດຄິດສ້າງ ເພື່ອດຶງດູດເອົາວິສາຫະກິດເລີ່ມທຸລະກິດ ແລະຝ່າຍອິດສະຣາແອນ ພ້ອມແລ້ວທີ່ຈະແບ່ງປັນປະສົບການກັບຫວຽດນາມ ແລະນະຄອນໂຮ່ຈີມິນ ໃນຂົງເຂດນີ້ ກໍ່ຄືໃນຂົງເຂດທີ່ມີທ່າແຮງຄື ເຕັກນິກດ້ານກະສິກໍາເຕັກໂນໂລຊີສູງ, ມາດຕະການເຕັກໂນໂລຢີ.
ຝ່າຍອິດສະຣາແອນ ສະເໜີໃຫ້ນະຄອນໂຮ່ຈີມິນ ເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືອິດສະຣາແອນ, ໜູນຊ່ວຍວິສາຫະກິດອິດສະຣາແອນ ໃນຂົງເຂດການຕະຫຼາດ (marketing), ຈຳໜ່າຍຜະລິດຕະພັນ, ມາດຕະການເຕັກໂນໂລຢີໃນຕະຫຼາດ; ເພີ່ມທະວີການແລກປ່ຽນດ້ານການຄ້າ, ເປັນຕົ້ນແມ່ນສິນຄ້າ ເຊິ່ງຝ່າຍອິດສະຣາແອນ ມີຄວາມຕ້ອງການ ຄື ຜະລິດຕະພັນກະເສດ ແລະສິນຄ້າໃຊ້ສອຍ.
ໂດຍ: ທູຈາງ