leftcenterrightdel
ພາບປະກອບ: hanoimoi.vn

ວັນທີ 10 ສິງຫາ, ສະຖານທູດອິດສະຣາແອັນ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ເວທີປາໄສວິສາຫະກິດຫວຽດນາມ-ອິດສະຣາແອັນ ຈະໄດ້ຈັດຂຶ້ນຢູ່ຮ່າໂນ້ຍ ໃນວັນທີ 16 ສິງຫາ ຈະມາເຖິງນີ້, ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ຫງວຽນຮົ່ງຢຽນ ແລະທ່ານລັດຖະມົນຕີກະຊວງເສດຖະກິດ ແລະອຸດສາຫະກຳອິດສະຣາແອັນ Nir Barkat.

ໃນວັນທີ 15 ສິງຫາ, ເວທີປາໄສກໍ່ຈະຈັດຂຶ້ນຢູ່ນະຄອນໂຮ່ຈີມິນ, ເວທີປາໄສນີ້ຈະມີການເຂົ້າຮ່ວມຂອງການນຳກົມສົ່ງເສີມການຄ້າ ແລະ ການນຳບັນດາຫົວໜ່ວຍວິຊາສະເພາະຂອງກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ; ສະຖາບັນສົ່ງອອກອິດສະຣາແອັນ, ຜູ້ຕາງໜ້າສະຖານທູດອິດສະຣາແອັນ ປະຈຳ ຫວຽດນາມ, ບັນດາຫົວໜ່ວຍຂຶ້ນກັບກະຊວງເສດຖະກິດ ແລະອຸດສາຫະກຳອິດສະຣາແອັນ ແລະຜູ້ຕາງໜ້າບັນດາວິສາຫະກິດອິດສະຣາແອັນ ໃນຫຼາຍຂົງເຂດ, ຄື: ກະສິກຳເຕັກໂນໂລຊີສູງ; ເຕັກໂນໂລຊີຂໍ້ມູນຂ່າວສານ ແລະຄວາມປອດໄພທາງເຄືອຂ່າຍອິນເຕີເນັດ; ເຄື່ອງອຸປະກອນການແພດ… ທີ່ເວທີປາໄສ, ອິດສະຣາແອັນ ແລະວິສາຫະກິດຫວຽດນາມ ຈະເຊັນບົນບັນທຶກຊ່ວຍຈຳຈຳນວນໜຶ່ງ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ